ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-19 20:26:52    
ຈີນ​ຈະ​ເລັ່ງລັດ​ພັດ​ທະ​ນາ​ຕະ​ຫຼາດ​ທ່ອງ​ທ່ຽວ​ຊົນ​ນະ​ບົດ

cri Author: m0o
ຕາມ​ຂ່າວສານ​ຊີ​ນຮວາ: ກອງ​ປະຊຸມ​ວຽກ​ງານ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດ​ຈີນພວມ​ຈັດ​ຂຶ້ນ​ຢູ່​ເມືອງ​ອູ​ຮ້ານ ພາກ​ກາງຂອງ​ຈີນ. ​ເຈົ້າໜ້າ​ທີ່​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ແນະນຳ​ວ່າ, ​ໃນ​ 5 ປີ​ຂ້າງ​ໜ້າ, ກົມ​ທ່ອງ​ທ່ຽວ​​ແຫ່ງ​ຊາດ​ຈີນ​ຈະ​ນຳ​ເຂົ້າຜູ້​ຊ່ຽວຊານ​ຫຼາຍຂະ​ແໜງວິຊາເຊັ່ນ​ຊົນ​ເຜົ່າ, ຮີດຄອງ​ປະ​ເພນີ, ​ແລະ​ປະຫວັດສາດ​ເປັນຕົ້ນ, ຮ່ວມ​ກັນ​ຄົ້ນຄວ້າ, ຕັ້ງໜ້າ​ສະ​ແຫວ​ງຫາ​ຮູບ​​ແບບ​ທ່ອງ​ທ່ຽວ​ຊົນນະບົດ​ປະ​ເພດ​ຕ່າງ​ໆ, ສ້າງ​ບ້ານ​ທ່ອງ​ທ່ຽວ​ຊົນນະບົດ​ທີ່​ມີ​ສີສັນ​ພິ​ເສດ​​ເປັນໝື່ນ​​ບ້ານ, ​ເຈາະຈົງ​ພັດທະນາ​ບ້ານ​ບູຮານ​ແບບ​ດັ້ງ​ເດີມ​ແລະ​ບ້ານ​ຊົນ​ເຜົ່າ​ເປັນຕົ້ນ, ​ເພີ່ມ​ທະວີການ​ອະນຸລັກ​ຮ່ອງຮອຍ​ວັດຖຸບູຮານ ​ເຮືອນ​ຊານ​ບ້ານ​ຊ່ອງ​ແລະ​ຖະໝົນຫົນທາງ​ເປັນຕົ້ນ.

ຈີນ​ມີ​ຫຼາຍ​ແສນ​ໝູ່​ບ້ານ, ​ໃນ​ນັ້ນ, ບ້ານ​ທີ່​ມີ​ສີສັນ​ແຈ່ມ​ແຈ້ງ​ສົມຄວນ, ຮັກສາ​​ໄດ້ຂ້ອນ​ຂ້າງ​ດີ, ​ມໍລະດົກ​ວັດທະນະທຳ​ດ້ານ​ຮີດຄອງປະ​ເພນີ​ແລະ​ວັດທະນະທຳ​ພື້ນ​ເມືອງຂ້ອນ​ຂ້າງ​ອຸດົມສົມບູນ​ນັ້ນຢ່າງ​ໜ້ອຍ​ມີຫຼາຍພັນ​​ແຫ່ງ, ອະນາຄົດ​ພັດທະນາ​ການທ່ອງທ່ຽວ​ຊົນນະບົດ​ແມ່ນ​ດີ​ສົມຄວນ.