ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-22 21:17:50    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ອາທິດ​ນີ້,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທາງ​ໂທລະສັບ​,ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ຖານ​ເປັນ​ຊ່ອງ​ທາງ​ສົນທະນາ​ຮ່ວມ​ມື​​ເພື່ອ​ຄວາມ​ປອດ​ໄພ​ຫຼາຍ​ຝ່າຍ​ທາງ​ການ​ທີ່​ສຳຄັນ​ທີ່​ສຸດ​​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ,​ເວທີ​ປາ​ໄສ​ພາກ​ພື້ນ​ອາຊຽນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ດ້ານຕ່າງໆ​ຄື​ເພີ່ມ​ທະວີ​ຄວາມໄວ້ເນື້ອ​ເຊື່ອ​ໃຈກັນ,​​ໂຮມ​ຄວາມ​ຮັບ​ຮູ້​ທີ່ຄືກັນ​ໃນ​ດ້ານ​ການ​ຮ່ວມ​ມື,ຊຸກຍູ້​ການ​ຮ່ວມ​ມື​ສົນທະນາ​ກັນເປັນ​ຕົ້ນ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,ທ່ານຫຼີຈ້າວ​ຊິ່ງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຈະນຳພາຄະນະ​ໄປ​ກົວ​ລາ​ລຳ​ເປີ​ຂອງ​ມາ​ເລ​ເຊຍ​ໃນ​ວັນ​ທີ26ຫາ​ວັນ​ທີ28 ກໍລະກົດ,​​ເພື່ອເຂົ້າຮ່ວມກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງອາຊຽນ​ກັບ​ຈີນ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີຄັ້ງ​ທີ7,ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ອາຊ​ຽນກັບປະ​ເທດ​ສົນທະນາ,​ແລະ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງເວທີ​ປາ​ໄສ​ພາກ​ພື້ນ​ອາຊຽນຄັ້ງ​ທີ13.​ໃນ​​ໄລຍະ​ໄຂກອງ​ປະຊຸມ,ທ່ານຫຼີຈ້າວ​ຊິງ​ລັດຖະມົນຕີການ​ຕ່າງປະ​ເທດ​ຈີນຈະ​ຈັດການ​ພົບ​ປະ​ສອງ​ຝ່າຍ​ກັບ​ລັດຖະມົນຕີການ​ຕ່າງ​ປະ​ເທດ​ຂອງ​ບາງ​ປະ​ເທດຕາມ​ຮີດຄອງ.ຝ່າ​ຍຈີນຄອງ​ຄອຍ​ແລກປ່ຽນ​ຄວາມ​​ເຫັນ​ກັບ​ບັນ​ດາ​ຝ່າ​ຍກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳກັນ,ຫວັງ​ໃຫ້​ສົນທະນາ​ກັນ​ເພື່ອເພີ່ມທະວີ​ຄວາມ​ເຂົ້າ​ໃຈກັນ​ແລະ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນລະຫວ່າງ​ບັນດາ​ປະ​ເທດ​,ຊຸກຍູ້​ການ​ຮ່ວມ​ມືດ້ານ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ,ພ້ອມ​ກັນປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.