ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-22 21:40:54    
ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ຈະ​ຂ້ຽວ​ເລັ່ງ​ຫຼຸດ​ພາສີ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ21 ກໍລະກົດ,ຢູ່​ທີ່​ປັກ​ກິ່ງ,ທ່ານ​​ໂປ​ຊີ່​​ໄລ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນຈະ​ຂ້ຽວເລັ່ງບາດກ້າວ​ຫຼຸດ​ພາສີ,ຮອດ​ປີ2010,ຜະລິດຕະພັນ​ທີ່​ຈີນຊື້ນຳ​ອາຊຽນຈະມີ93%ຍົກ​​ເວັ້ນພາສີ.​ເຊັ່ນ​ດຽວ​ກັນ,ປະ​ເທດ​ອາຊ​ຽນກໍ່​ຈະ​ມີ​ການຈັດ​ວາງ​ຄ້າຍ​ຄືກັນນີ້.

ທ່ານ​ໂປ​ຊີ່​ໄລ​ກ່າວ​ວ່າ,ຫຼາຍ​ປີ​ຕໍ່​ໄປ​ພາຍ​ໜ້າ​ແມ່ນ​ໄລຍະ​ສຳຄັນ​ໃນ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ.ຕາມ​ສັນຍາ​ການ​ຄ້າ​ສິນຄ້າ​ທີ່​ຜູ້​ນຳ​ຈີນ​ແລະ​10ປະ​ເທດ​ອາຊ​ຽນ​ຮ່ວມ​ກັນລົງ​ນາມ,ໃນວັນ​ທີ20 ກໍ​ລະກດປີ​ກາຍ​ນີ້ບັນດາ​ຝ່າ​ຍກ່ຽວຂ້ອງ​ໄດ້​ເລີ່​ມດຳ​ເນີນ​ການຫຼຸດ​ພາສີ​ຢ່າງ​ຮອບດ້ານ​.ປີ​ກາຍ​ນີ້,ອັດຕາ​ພາສີ​ທີ່ຈີນ​​ເກັບ​ນຳປະ​ເທດ​ອາຊ​ຽນສະ​ເລ່ຍ​ແລ້ວ​ໄດ້​ຫຼຸດ​ຈາກ9,9%ລົງຮອດ8,1%​ແລ້ວ,​ເມື່ອຮອດ​ປີ2010,ຜະລິດ​ຕະພັນ​ສ່ວນ​ຫຼາຍ ຈະ​ຍົກ​ເວັ້ນ​ພາສີ​,​ສ້າງ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ​ສຳ​ເລັດໂດຍ​ພື້ນຖານ.

ແຕ່ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຫຼຸດ​ພາສີ​ຢ່າງຮອບດ້ານ​ໃນ1ປີ​ມາ​ນີ້,ມູນ​ຄ່າ​ການ​ຄ້ານຳ​ເຂົ້າ​​ແລະສົ່ງ​ອອກ​ຂອງ​ຈີນ​ກັບ​ອາຊ​ຽນລ້ວນ​ແຕ່​​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ20%.