ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-23 20:43:45    
ການ​ສຶກສາ​ຊົນ​​ເຜົ່າຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ

cri Author: da
ຕາມ​ຂ່າ​ວສານ​ຊິ​ນຮວາ:​ໃນ​ຫຼາຍ​ປີ​ມາ​ນີ້,ການ​ສຶກສາ​ຊົນ​​ເຜົ່າຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ.​ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້,ນັກ​ສຶກສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍທີ່​ກຳລັງ​ຮຽນ​ຢູ່​​ໃນ​ໂຮງຮຽນ​ຊັ້ນສູງຂອງ​ຈີນ​ໄດ້​​ເກື​ອບຮອດລ້ານ​ຄົນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກ່ອນ 23%.ນັກຮຽນ​ຊົນ​ເຜົ່າ​ສ່ວນ​ໜ້ອຍທີ່​ກຳລັງ​ຮຽນ​ຢູ່​ໃນ​ໂຮງຮຽນປະຖົມ​ແລະມັດທະຍົມ​ໄດ້​ລື່ນ​ກາຍ 17 ລ້ານ​ຄົນ.

ນີ້​ແມ່ນ​ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະຊວງ​ສຶກສາ​ທິການ​ຂອງ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້.

ຕາມ​ການແນະນຳ​,​ແຕ່​ໃດ​ມາ​ຈີນ​ກໍ​ເອົາ​ໃຈ​ໃສ່​ນຳ​ການພັດທະນາ​ການ​ສຶກສາ​ຊົນ​​ເຜົ່າ,​ໃຊ້​ພາສາ​ຊົນ​ເຜົ່າ​ສິດສອນ​ນັກຮຽນ​ປະຖົມ​ມັດທະຍົມ​ຢູ່ເຂດຊົນ​ເຜົ່າ​,ຢູ່​​ເຂດຊົນ​ເຜົ່າ​ສ່ວນ​ໜ້ອຍ​ລ້ວນ​ແຕ່​ມີ​ໂຮງຮຽນຊົນ​ເຜົ່າ​ຊັ້ນສູງ,​ໄດ້​ບຳລຸງ​ສ້າງ​ນັກ​ສຶກສາ​ບັນດາ​ຊົນ​ເຜົ່າ​ນັບ​​ເປັນ​ພັນ​ເປັນ​ໝື່ນ​ຄົນ.ອົງ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກຂັ້ນກໍ​ສະໜັບ​ສະໜູ​ນຫຼາຍການ​ສຶກສາ​ຊົນ​​ເຜົ່າ​ໃນ​ດ້ານການ​ເງິນ​ແລະ​ນະ​​ໂຍບາຍ​ເປັນຕົ້ນ.ອີງ​ຕາມ​ແຜນພັດທະນາ​ຂອງ​ລັດຖະບານ​ຈີນ,ການ​ພັດທະນາ​ການ​ສຶກສາ​ເຂດ​ຊົນ​ເຜົ່າ​ແລະ​ເລັ່ງລັດ​ພັດທະນາ​ຊັບພະຍາກອນ​ມະນຸດ​ຈະ​ແມ່ນ​ຈຸດ​ໜັກ​ຂອງ​ພາລະກິດ​ການ​ສຶກສາ​ຈີນ​ໃນກ້າວໜ້າ.