ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-24 17:21:31    
ໃນງານ​ແຂ່ງຂັນ​ຍິງ​ປືນ​ຊີງ​ຂັນ​ໂລກ​ມື້​ທຳ​ອິດ, ນັກ​ກິ​ລາ​ຈີນ​​ຊີງ​ໄດ້​ຫຼຽນ​ຄຳ 5 ຫຼຽນ

cri Author: mo
ຕາມ​ຂ່າວ​ສາ​ນຊີ​ນຮວາ: ວັນ​ທີ 23 ​ກໍລະກົດ​ເວລາ​ທ້ອງ​ຖິ່ນ, ​ໃນງານ​ແຂ່ງຂັນ​ຍິງ​ປືນ​ຊີງ​ຂັນ​ໂລກ​ຄັ້ງທີ 49 ທີ່​ຈັດ​ຂຶ້ນ​ຢູ່​ເມືອງຊາ​ເກັຼບ ນະຄອນຫຼວງ​ໂກຼອາຊີ, ມື້​ທຳ​ອິດ, ນັກ​ກິລາ​ຈີນກໍ​ໄດ້ສ້າງ​ຜົນງານ​ດີ​ເດັ່ນ, ຊີງໄດ້ຫຼຽນຄຳ 5 ຫຼຽນໃນ 6 ຫຼຽນຂອງມື້ທຳອິດ.

ໃນນັ້ນ, ທ້າວຜາງເວີຍ ນັກກິລາຈີນຊີງໄດ້ແຊມ​ປຽນຍິງ​ປືນ​ລົມ 10 ແມັດ​ເພດ​ຊາຍ ເຊິ່ງ​ເປັນ​ລາຍ​ການ​​ແຂ່ງຂັນຂອງງານ​ກິລາ​ໂອລິມ​ປິກ​ລາຍ​ດຽວ​ໃນ 6 ລາຍການ​ທີ່​ແຂ່ງຂັນ​ກັນ​ມື້​ນີ້.

ນັກ​ກິລາ​ຈີນ​ຍັງ​ຊີງ​ໄດ້ຫຼຽນຄຳ​ໝູ່​ຄະນະ​ຍິງ​ປືນ​ລົມ 10 ​ແມັດ​ເພດ​ຊາຍ, ຫຼຽນຄຳ​ໝູ່​ຄະນະ​ແລະ​ສ່ວນ​ບຸກຄົນ​​ໃນ​ການ​ຍິງ​ປືນ​ລົມ 10 ​ແມັດ​ຊາວ​ໜຸ່ມ​ເຍົາວະ​ຊົນ​ເພດ​ຊາຍ, ພ້ອມ​ດ້ວຍຫຼຽນຄຳ​ໝູ່​ຄະນະ​ຍິງປືນ​ລົມ 10 ​ແມັດຊາວ​ໜຸ່ມ​ເຍົາວະ​ຊົນ​ເພດ​ຍິງ.