ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-25 17:11:58    
ຈີນ​ວາງ​ແຜນພາ​ລະ​ກິດ​ກິ​ລາ​ໃນ 5 ປີ​ຂ້າງ​ໜ້າ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 25 ກໍລະກົດ, ຢູ່​ທີ່​ປັກ​ກິ່ງ, ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ໄດ້​ປະກາດ​ແຜນການສະບັບ​ໜຶ່ງ​ກ່ຽວ​ກັບ​ການ​ພັດທະນາ​ພາລະກິດກິລາ​ຂອງ​ຈີນ​ແນວ​ໃດ​ໃນ 5 ປີ​ຂ້າງ​ໜ້າ. ​ແຜນການ​ດັ່ງກ່າວ​ສະ​ເໜີ​ວ່າ, ຕ້ອງ​ຖື​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ເປັນ​ໂອກາດ, ຍົກ​ລະດັບ​ບໍລິການ​ກິລາ​ສາທາລະນະ​ຂອງ​ລັດຖະບານ​ຈີນ​ໃຫ້​ສູງ​ຂຶ້ນ, ​​ໃຫ້​ສາມັນ​ຊົນ​ຈີນ​ຫຼາຍກວ່າ​ເກົ່າ​ໄດ້​ຮັບ​ການ​ບໍລິການ​ດ້ານ​ກິລາ​ຫັດກາຍທີ່​ສະດວກ. ພ້ອມ​ກັນນັ້ນ, ຕ້ອງ​ຖືໂອກາດ​ຈັດຕັ້ງ​ແລະ​ເຂົ້າຮ່ວມ​ງານ​ກິລາ​ໂອລິ​ມປິກປັກ​ກິ່ງ, ຍົກ​ລະດັບ​ກິລາ​​ແຂ່ງຂັນຂອງ​ຈີນ​ໃຫ້​ສູງ​ຂຶ້ນ​ຢ່າງຮອບດ້ານ.

ໃນ​ເວລາ​ປະກາດ​ແຜນການ​ດັ່ງກ່າວ, ທ່ານ​ລີ​ວ​ເຜີ​ງ ຫົວໜ້າ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ ປະທານ​ຄະນະ​ກຳມະການ​ກິລາ​ໂອ​ລິ​ມປິກ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ 5 ປີ​ຂ້າງ​ໜ້າ, ຈີນ​ຈະ​ສ້າງສິ່ງ​ກໍ່ສ້າງກິລາ​ສາທາລະນະ​ໃຫ້ຫຼາຍກວ່າ​ເກົ່າ​, ໂດຍ​ສະ​ເພາະ​ແມ່ນສິ່ງ​ກໍ່ສ້າງກິລາ​ສາທາລະນະ​ໃນ​ຊົນນະບົດ​​ໃຫ້ຫຼາຍກວ່າ​ເກົ່າ. ພ້ອມ​ກັນນັ້ນ, ​ພາຍໃນ 5 ປີ​ຂ້າງ​ໜ້າ, ຈີນ​ຈະ​ຍົກ​ລະດັບ​ ​ກິລາ​ແຂ່ງຂັນ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ, ພະຍາຍາມ​ເຮັດ​ໃຫ້​ນັກ​ກິລາ​ຈີນ​ໄດ້​ຮັບ​ຜົນງານ​ດີ​ເດັ່ນ​ໃນ​ການ​ແຂ່ງຂັນ​ສາກົນ​ທີ່​ສຳຄັນ​ເຊັ່ນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນຕົ້ນ.