|
 |
(GMT+08:00)
2006-07-26 16:59:49
|
 |
ຈີນສິ້ນສຸດການອົບຮົມເຈົ້າໜ້າທີ່ເກືອດຫ້າມຢາເສບຕິດຂອງມຽນມາ
cri
ຕາມຂ່າວສານຊິນຮວາ,ມື້ວານນີ້(ວັນທີ25ກໍລະກົດ),ເຈົ້າໜ້າທີ່ປະຕິບັດກົດໝາຍເກືອດຫ້າມຢາເສບຕິດ35ຄົນຂອງມຽນມາໄດ້ສິ້ນສຸດການອົບຮົມເປັນເວລາເດືອນໜຶ່ງ,ແລະໄດ້ຮັບປະກາດຊະນີຍະບັດຈາກສະຖາບັນຕຳຫຼວດຢຸນນານຈີນ.
ແຕ່ປີ2002ເປັນຕົ້ນມາ,ສະຖາບັນດັ່ງກ່າວເລີ່ມອົບຮົມເຈົ້າໜ້າທີ່ປະຕິບັດກົດໝາຍເກືອດຫ້າມຢາເສບຕິດຂອງມຽນມາ.ຮອດດຽວນີ້,ສະຖາບັນດັ່ງກ່າວໄດ້ເປີດຊຸດອົບຮົມ5ຊຸດແລ້ວ,ອົບຮົມເຈົ້າໜ້າທີ່155ຄົນ.ຝ່າຍມຽນມາໄດ້ຕີລາຄາສູງຕໍ່ບົດບາດອັນສຳຄັນຂອງການອົບຮົມໃນການຊຸກຍູ້ການຮ່ວມມືເກືອດຫ້າມຢາເສບຕິດລະຫວ່າງສອງປະເທດ,ແລະກ່າວວ່າຜູ້ໄດ້ຮັບການອົບຮົມສີ່ຊຸດກ່ອນຫຼັງຈາກ ກັບເມືອປະເທດແລ້ວລ້ວນແຕ່ໄດ້ເສີມຂະຫຍາຍບົດຍາດອັນສຳຄັນໃນຕຳແໜ່ງເກືອດຫ້າມຢາເສບຕິດ.
ພະແນກເກືອດຫ້າມຢາເສບຕິດຂອງຈີນແລະມຽນມາໄດ້ຮ່ວມມືກັນຢ່າງສະໜິດແໜ້ນ,ໄດ້ຮັບໝາກຜົນອັນຕັ້ງໜ້າໃນຂົງເຂດປະຕິບັດກົດໝາຍປາບປາມຢາເສບຕິດ ປູກພືດທົດແທນແລະຂົງເຂດອື່ນໆ.
|
|
|