ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-26 20:31:16    
ການ​ຖອນ​ຊາວ​ຈີນ​ຕ່າງ​ດ້າວ​ກັບ​ຄືນ​ປະ​ເທດໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ທາງຮ່າງ​ກາຍ​ຂອງ​ຊາວ​ຈີນ​ຕ່າງ​ດ້າວ​ຢ່າງ​ແທ້​ຈິງ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 25 ກໍລະກົດ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ເວົ້າ​ວ່າ, ວຽກ​ງານ​ລັດ​ຖະບານ​ຈີນ​ຖອນ​ຊາວ​ຈີນ​ຕ່າງ​ດ້າວ​ອອກ​ຈາກ​ລີ​ບັງ​ໃກ້​ຈະ​ສ້ຽງ​ສຸດ​ລົງ​ແລ້ວ, ວຽກ​ນີ້​ພວກ​ເຮົາ​ໄດ້​ເຮັດ​ຢ່າງ​ໄວວາ, ​ອັນໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ທາງຮ່າງ​ກາຍ​ຂອງ​ຊາວ​ຈີນ​ຕ່າງ​ດ້າວ​ຢ່າງ​ແທ້​ຈິງ.

​ໃນ​​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ, ຜູ້​ຮັບຜິດຊອບ​ຜູ້​ນີ້​ເວົ້າ​ວ່າ, ລັດຖະບານ​ຈີນ​ໄດ້​ເອົາ​ໃຈ​ໃສ່​ນຳ​ການປົກ​ປ້ອງສິດ​ແລະ​ຜົນ​ປະ​ໂຫຍ​ດຊອບ​ກົດໝາຍ​ຂອງ​ພົນລະ​ເມືອງ​ຈີນ​ຕ່າງ​ດ້າວ​ໃນ​ລະດັບ​ສູງຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ພາຍຫຼັງ​ປະ​ເທດ​ທີ່​ກ່ຽວຂ້ອງ​ເກີດ​ການ​ຈະລາ​ຈົນ​ຫຼືປະ​ທະ​ກັນ​ແລ້ວ​, ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ຂະ​ຫຍາຍ​ຕົວ​ຂອງ​ສະພາວະ​ການ, ຮຽກຮ້ອງ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ແລະ​ສະຖານ​ທູດ​ປະຈຳ​ຢູ່​ຕ່າງປະ​ເທດ​​ມາດ​ຕະກາ​ນອັນບັງ​ເກີດ​ຜົນ​ໃນ​ທັນທີ, ຮັບປະກັນ​ຄວາມ​ປອດ​ໄພທາງ​ຊີວິດ​ແລະ​ຊັບ​ສິນ​ຂອງ​ພົນລະ​ເມືອງ​ຈີນ.

ຜູ້​ຮັບ​ຜິດ​ຊອບ​ຜູ້​ນີ້​ເວົ້າ​ວ່າ, ​ເສດຖະກິດ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ກຳລັງ​ສັງ​ລວມ​ແຫ່ງ​ຊາດກໍ​ໄດ້​ມີ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ​ໄດ້​ສ້າງ​ພື້ນຖານ​ວັດ​ຖຸ​ອັນ​ແໜ້ນ​ໜາ​ໃຫ້​ລັດຖະບານ​ຮັບ​ໃຊ້​ແລະ​ປົກ​ປ້ອງ​ພົນລະ​ເມືອງ​ຢູ່​ພົ້ນ​ທະ​ເລ​ດີກ​ວ່າ​ເກົ່າ.