ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-27 16:24:01    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ລັດຖະບານ​ຕ່າງປະ​ເທດ​ບໍ່​ຄວນ​ວິຈານ​ໂລ​ເລ​ຕໍ່​ວຽກ​ງານ​ຮົງ​ກົງ

cri

ຕາມ​ຂ່າວສານ​ຊິນ​ຮວາ:ມື້ວານ​ນີ້,ວັນ​ທີ26 ກໍລະກົດ,​ໃນ​​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບອັງກິດ​ເຜີຍ​ແຜ່"ບົດ​ລາຍ​ງານ​ບັນຫາ​ຮົງ​ກົງ​ເຄິ່ງປີ",ທ່ານຫຼິວ​​ຈ້າ​ນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ວ່າ,ວຽກ​ງານ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ,ລັດຖະບານ​ຕ່າງປະ​ເທດ​ບໍ່​ຄວນ​ຕີ​ລາຄາ​ໂລ​ເລ.

ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ອັງກິດ​ໄດ້​ສະ​ເໜີ"ບົດ​ລາຍ​ງານບັນຫາ​ຮົງ​ກົງ​ເຄິ່ງປີ"​ໃຫ້​ສະພາ​ອັງກິດ,​ເນື້ອ​ໃນ​​ໄດ້​ກ່ຽວ​ພັນເຖິງ​ການ​ພັດ​ທະ​ນາລະບອບ​ການ​ເມືອງ​ຂອງ​ຮົງ​ກົງ​ແລະ​ບັນຫາ​ອື່ນໆ.

ໃນ​ເວລາ​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວ​ຢູ່​ປັກ​ກິ່ງ,ທ່ານຫຼິວຈ້າ​ນຊ່າວ​ກ່າວ​ວ່າ,ພາຍຫຼັງຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດຊາດ​ມາ​ນີ້,ລະບອບ​ການ​ເມືອງປ​ະຊາ​ທິປະ​ໄຕ​ໃນ​ໄດ້​ພັດທະນາ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ,​ສິດທິ​ປະຊາທິປະ​ໄຕທີ່ຊາວຮົງ​ກົງນຳ​​ໃຊ້ຕາມ​ກົດໝາຍນັ້ນ​​ແມ່ນ​ບໍ່​ເຄີຍ​ມີ​ມາກ່ອນໃນ​ປະຫວັດສາດ.ລັດຖະບານ​​ກາງ​ຈີນ​ສະ​ໜັບສະ​ໜູນ​ເຂດ​ບໍລິການ​ພິ​ເສດ​ຮົງ​ກົງຂະຫຍາຍ​ລະບອບ​ປະຊາທິປະ​ໄຕ​ທີ່ສອດຄ່ອງ​ສະພາບ​ຕົວ​ຈິງ​ຂອງ​ຮົງ​ກົງ​ຕາມ​ຂໍ້​ກຳນົດ​​ໃນກົດໝາຍ​ພື້ນຖານຢ່າງ​ຄ່ອຍ​ເປັນ​ຄ່ອຍ​ໄປ.