ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-30 18:53:49    
ຈີນ​ຈະ​ສືບ​ຕໍ່​ເພິ່ມ​ການ​ບຳ​ລຸງ​ສ້າງ​ຄູ​ສອນ​​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

cri

ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢີ​ນມິນ​ຢື້​ປ້າວ:ວັນ​ທີ29​ກໍ​ລະ​ກົດ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​​ເຟີ້​ງລານ ຫົວໜ້າ​ກົມການ​ສຶກສາວິ​ທະຍາສາດ​​ເຕັກ​ໂນ​ໂລ​ຊີຄະນະ​ກຳມະການ​ວຽກ​ງານຊົນ​ເຜົ່າ​ແຫ່ງ​ຊາດ​ຈີນ​ກ່າ​ວວ່າ,ຈີນ​ຈະ​ສືບ​ຕໍ່​ເພິ່ມການ​ບຳລຸງສ້າງ​ຖັນ​ແຖ​ວຄູ​ສອນ​ໃນເຂດ​ຊົນ​ເຜົ່າສ່ວນ​ໜ້ອຍ.

ທ່ານ​ນາງ​ເຟິງລານ​ແມ່ນ​​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ພິທີ​​ເປີດ​​ຊຸດອົບຮົມ​ຄູ​ສອນ​ດີ​ເດັ່ນຊົນນະບົດ​ຂອງ​ເຂດ​ຊົນ​ເຜົ່າ​ທົ່ວ​ປະ​ເທດ​ຈີນ.ຄູ​ສອນ​ດີ​ເດັ່ນຈາກ​ເຂດ​ຊົນ​ເຜົ່າ​ຕ່າງໆ​ຂອງ​ຈີນ​80​ກວ່າຄົນ​​ໄດ້​ເຂົ້າ​ຮ່ວມ​ຊຸດ​ອົບຮົມ​ຊຸດ​ນີ້.ຕາມ​ແຜນຂອງ​ລັດຖະບານ​ຈີນ,ຊຸດ​ອົບຮົມປະ​ເພດນີ້​ຈະ​ຈັດ​ຂຶ້ນ​​ເລື້ອຍໆ,ຄູ​ສອນ​ຍິ່ງ​ຫຼາຍໃນ​ເຂດ​ຊົນ​ເຜົ່າສ່ວນໜ້ອຍຈະ​ໄດ້​ຮັບ​ການ​ອົບຮົມ.

ທ່ານ​​ນາງເຟີ້​ງລານ​ເວົ້າ​ວ່າ,​ແຕ່​ໃດ​ມາ,ຈີນ​ກໍ່​ເອົາ​ໃຈ​ໃສ່​ນຳ​ການຂະ​ຫຍາຍ​ການ​ສຶກສາຊົນ​ເຜົ່າ,ຢູ່​ໂຮງຮຽນ​ປະຖົມແລະມັດທະຍົມ​ຂອງ​ເຂດ​ຊົນ​ເຜົ່າ​ສອນ​ໜັງສື​ດ້ວຍ​ພາສາ​ຊົນ​ເຜົ່າ,ຢູ່​ທ້ອງ​ຖິ່ນທີ່​ຊົນ​ເຜົ່າ​ສ່ວນ​ໜ້ອຍຕັ້ງ​ພູມລຳ​ເນົາ​ລ້ວນ​ແຕ່​ມີ​​ໂຮງຮຽນ​ຊົນ​ເຜົ່າຊັ້ນ​ສູງ,ພວມອົບຮົມ​ນັກ​ສຶກສາ​ຊົນ​ເຜົ່າ​ຕ່າງໆ​ເປັນພັນ​ເປັນ​ໝື່ນຄົນ.ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ກໍ່ສະ​ໜັບສະ​ໜູນການ​ສຶກສາ​ຊົນ​ເຜົ່າ​ຢ່າງ​ແຂງ​ແຮງ.

ຕາມ​ແຜນພັດທະນາ​ຂອງ​ລັດຖະບານ​ຈີນ​,ການ​ຂະຫຍາຍ​ພາລະກິດ​ການ​ສຶກສາ​ຂອງ​ເຂດ​ຊົນ​ເຜົ່າສ່ວນ​ໜ້ອຍ​ຈະ​ແມ່ນ​ຈຸດ​ໜັກ​ແຫ່ງ​ກາ​ນຂະ​ຫຍາຍພາລະ​ກິດການ​ສຶກສາ​ຂອງ​ຈີນ​ໃນກ້າວ​ຕໍ່​ໄປ.