ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-31 17:17:06    
ຈີນ​ຈະ​ສືບ​ຕໍ່​ເພີ່ມ​ການ​ສ້າງ​ຄູ​ສອນ​ຂອງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

cri
ຕາມ​ຂ່າວ​ໜັງສື​ພິມ​ເຢິນມິນ​ຢື້​ປ້າວ,​ວັນ​ທີ29​ກໍລະ​ກົດຢູ່​ທີ່​ປັກ​ກິ່ງ,​ທ່ານ​ນາງ​ເຟິ້ງ​ລານ ຫົວ​ໜ້າ​ກົມ​ການ​ສຶກສາ​ແລະ​ວິທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຄະນະ​ກຳມະ​ການ​ວຽກ​ງານ​ຊົນ​ເຜົ່າ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ການ​ສ້າງ​ຄູ​ສອນ​ຂອງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ທ່ານ​ນາງ​ເຟິ້ງລານ​ໃຫ້​ທັດສະ​ນະ​ດັ່ງກ່າວ​ໃນ​ພິທີ​ໄຂ​ຊຸດ​ອົບຮົມ​ຄູ​ສອນ​ຜູ້​ດີ​ເດັ່ນ​ໃນ​ຊົນນະ​ບົດ​ຂອງ​ເຂດ​ຊົນ​ເຜົ່າ​ທົ່ວປະ​ເທດ.​ຄູ​ສອນ​ຜູ້​ດີ​ເດັ່ນ​80​ກວ່າ​ຄົນ​ທີ່​ມາ​ຈາກ​ເຂດ​ຊົນ​ເຜົ່າ​ຕ່າງໆ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ.​ໂດຍ​ອີງ​ຕາມ​ແຜນ​ການ​ຂອງ​ລັດຖະ​ບານ​ຈີນ,​ຈະ​ຈັດຊຸດ​ອົບ​ຮົມ​ແບບ​ນີ້​ຢ່າງ​ເປັນ​ປົກກະ​ຕິ,​ຄູ​ສອນ​ຂອງ​ເຂດ​ຊົນ​ເຜົ່າຈະ​ໄດ້​ຮັບ​ການ​ອົບຮົມ​ຫຼາຍ​ກວ່າ​ເກົ່າ.

ການ​ພັດທະ​ນາວຽກ​ງານ​ການ​ສຶກ​ສາ​ຂອງ​ເຂດ​ຊົນ​ເຜົ່າ​ຈະ​ເປັນ​ວຽກ​ງານ​ສຳ​ຄັນ​ຕົ້ນຕໍ​ຂອງ​ການ​ສຶກ​ສາ​ຈີນ​ໃນ​ອະນາ​ຄົດ.