ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-02 18:29:21    
ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຄວນ​ອຳນວຍ​ຄວາມ​ສະ​ດວກ​ອັນ​ຈຳ​ເປັນ​ເພື່ອ​ຈັດ​ເວທີປາ​ໄສ​ຮ່ວມ​ມື​ດ້ານກະສິກຳ​ລະຫວ່າງ​ສອງຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ

cri

ຕາມ​ຂ່າວcri:ມື້​ນີ້(ວັນ​ທີ2 ສິງຫາ),ຢູ່​ທີ່​ປັກ​ກິ່ງ,​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນກ່າວ​ວ່າ,ພັກ​ກົກ​ມິນ​ຕັ້ງຈີນກັບພັກ​ກອມ​ມູນິດ​ຈີນ​ຕົກລົງ​ຈັດ​ເວທີ​ປາ​ໄສ​ການ​ຮ່ວມ​ມືດ້ານ​ກະສິກຳ​ລະຫວ່າງ​ສອງຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນຢູ່​​ໄຕ້​ເບ​ໃນ​​ເດືອນ​ຕຸລາ​ປີ​ນີ້,​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຄວນ​ຕັ້ງໜ້າປະກອບສ່ວນ​ຕາມ​ສະພາບຕົວ​ຈິງ​,​ແລະ​ອຳນວຍ​ຄວາມສະດວກອັນ​ຈຳ​ເປັນ.

ໂຄສົກ​ກ່າວ​ວ່າ,ພາກສ່ວນກ່ຽວ​ຂ້ອງ​ຂອງສອງ​ພັກ​ພ້ອມ​ກັນຈັດ​ເວທີ​​ປາ​​ໄສ,​ແມ່ນ​ການ​ແລກປ່ຽນ​ລະຫວ່າງ​ສອງພັກ​ທີ່​ອີງ​ຕາມການ​ຕົກ​ລົງ​ກັນໃນ​ປີ​ກາຍ​ນີ້.ປີ​ກາຍ​ນີ້,ພາກສ່ວນ​ກ່ຽວຂ້ອງຂອງສອງ​ພັກ​​ໄດ້ຕົກລົງ​ຈັດ​ເວທີ​ປາ​ໄສ​​ເສດຖະກິດ​ການ​ຄ້າ​ຢູ່​ໄຕ້​ເປ​ໃນ​ທ້າຍ​ປີ​ກາຍ​ນີ້,​ແຕ່​ຖືກ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຂັດຂວາງ.​ເດືອນ​ເມສາ​ປີ​ນີ້,ສອງ​ພັກ​ກໍ່ໄດ້ຈັດ​ເວທີປາ​ໄສເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ຢູ່​ປັກ​ກິ​ງ.