ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-03 17:04:22    
ທະນາຄານ​ປະຊາ​ຊົນ​ຈີນ​ຈະ​ສືບ​ຕໍ່​ຄວບ​ຄຸມບໍ່​ໃຫ້​ສິນ​ເຊື່ອ​ເພີ່ມ​ຂຶ້ນ​ຫຼາຍ​ເກີນ​ໄປ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 2 ສິງຫາ, ຂ່າວສານ​ຊີ​ນຮວາ ຂ່າວສານ​ແຫ່ງ​ຊາດ​ຈີນ​ໄດ້​ອອກ​ບົດ​ຄວາມ​ບົດ​ໜຶ່ງ​ທີ່​ແຕ່ງ​​ໂດຍ​ທະນາຄານ​ປະຊາຊົນ​ຈີນ​​ກ່າວ​ເນັ້ນວ່າ, ທະນາຄານ​ກາງ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ທີ່​ໜັກ​ແໜ້ນ, ຄວບ​ຄຸມບໍ່​ໃຫ້​ສິນ​ເຊື່ອເພີ່ມ​ຂຶ້ນຫຼາຍ​ເກີນ​ໄປ.

ບົດ​ຄວາມ​ຂຽນ​ວ່າ, ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ສິນ​ເຊື່ອ​ຢູ່ຈີນ​ເພີ່ມ​ຂຶ້ນ​ໄວ​​ຫຼາຍ, ການ​ລົງທຶນ​​ໃນ​ຂະ​ແໜງ​ອະສັງຫາລິມະ​ຊັບເພີ່ມ​ຂຶ້ນ​ໄວ​​ໂພດ, ນີ້​ຈະ​ເຮັດ​ໃຫ້​ຄວາມ​ສ່ຽງ​ດ້ານສິນ​ເຊື່ອ​ການ​ທະນາຄານ​ເພີ່ມ​ຂຶ້ນ.

ບົດ​ຄວາມ​ຊີ້​ອອກ​ວ່າ, ​ເພື່ອ​ສະກັດ​ກັ້ນສິນ​ເຊື່ອ​​ເພີ່ມ​ຂຶ້ນ​ໄວ​​​ເກີນ​ໄປ, ທະນາຄານ​ກາງ​ໄດ້​ຍົກ​ອັດຕາ​ດອກ​ເບ້​ຍເງິນ​ກູ້​​ແລະ​ອັດຕາ​​ເງິນ​ສຳຮອງ​ອອມ​ສິນຂອງ​​ທະນາຄານ​ໃຫ້​ສູງ​ຂຶ້ນ, ​ແລະ​ຮຽກຮ້ອງ​ໃຫ້​​ທະນາຄານ​ຈຳກັດ​ການ​ປ່ອຍ​ເງິນ​ກູ້​​ໃຫ້ຂະ​ແໜງ​ອະສັງຫາລິມະ​ຊັບຫຼືຊັບ​ຄົງ​ທີ່ຫຼາຍ​ເກີນ​ໄປ, ​ແລະ​ເພີ່ມ​ການ​ຄຸ້ມ​ຄອງປ່ອຍ​ເງິນ​ກູ້​ສິນ​ເຊື່ອ​​ໃຫ້​ບໍລິສັດ​ທຸລະ​ກິດ​ທີ່​ດິນ​ແລະ​ເຄຫະ. ກ້າວ​ຕໍ່​ໄປ, ຈະສົ່ງ​ເສີມການ​ບໍລິ​ໂພ​ກ, ຫຼຸດອັດຕາດອກ​ເບ້ຍ​ອອມ​ສິນ, ​ເພີ່ມ​ການ​ນຳ​ເຂົ້າ, ສົ່ງ​ເສີມ​ເອກະ​ຊົນລົງທຶນ​ແລະ​ເພີ່ມ​ລະດັບ​ລອຍ​ຕົວອັດຕາ​ແລກປ່ຽນ​ເງິນຕາ, ​ໃຊ້​ມາດ​ຕະການ​ຊຸກ​ຍູ້​ລາຍ​ຮັບ​ກັບ​ລາຍ​ຈ່າຍສາກົນ​ໃຫ້​ດຸນ​ດ່ຽງ​ກັນ, ​ເຮັດ​ໃຫ້​ສິນ​ເຊື່ອ​​ເພີ່ມ​ຂຶ້ນ​​ໃຫ້​ພໍ​ດ້າມ​ພໍດີ, ສະໜອງ​ສະພາບ​ແວດ​ລ້ອມ​ການ​ທະນາຄານ​ແລະ​ເງິນຕາ​ອັນ​ໝັ້ນທ່ຽງ​​ໃຫ້ແກ່​ການ​ໝູນວຽນ​ຂອງ​ເສດຖະກິດ​ຈີນ.