ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-03 17:10:13    
ຈີນ​ກັບ​ມາ​ເລ​ເຊຍ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ຮອບ​ດ້ານ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຈີນ​ກັບ​ມາ​ເລ​ເຊຍ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ກັນ​ແລະ​ຄາດໝາຍ​ວ່າ, ​ເມື່ອ​ຮອດ​ປີ 2010, ຈະໃຫ້​ມູນ​ຄ່າ​ການ​ຄ້າ​ຫຼາຍກວ່າ 50 ຕື້​ໂດ​ລາ​ສະຫະລັດ.

ກອງ​ປະຊຸມ​ສະພາ​ການ​ຄ້າ​ຈີນ​ມາ​ເລ​ເຊຍ​ຄັ້ງທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 2 ສິງຫາ. ຝ່າຍ​ຈີນ​ເຫັນ​ວ່າ, ສອງ​ປະ​ເທດ​ຄວນ​ເຮັດ​ໂຄງການ​ຮ່ວມ​ມື​, ຊຸກ​ຍູ້​​ໃຫ້​ລະດັບ​ທ້ອງ​ຖິ່ນ​ແລະ​ຂະ​ແໜງ​ການ​ຕ່າງໆ​ຮ່ວມ​ມື​ກັນ​ໃຫ້ຫຼາຍຂຶ້ນ, ​ໄດ້​ປະກອບສ່ວນ​​ເຂົ້າ​ໃນ​ການ​ດຸນ​ດ່ຽງ​ທາງ​ການ​ຄ້າ​ແລະ​ການ​ພັດທະນາ​ເສດຖະກິດ​ການ​ຄ້າ​ຂອງສອງ​ປະ​ເທດ.

ຜູ້​ແທນ​ຝ່າຍ​ມາ​ເລ​ເຊຍ​ກ່າວ​ວ່າ, ມາ​ເລ​ເຊຍ​ຈະ​ສ້າງ​ໂອກ​າດການລົງທຶນ​​ໃຫ້​ວິ​ສາ​ຫະກິດ​ຈີນ, ​ເພື່ອໃຫ້​​ໄປລົງທຶນ​ຢູ່​ມາ​ເລ​ເຊຍຫຼາຍກວ່າ​ເກົ່າ.

ມາ​ເລ​ເຊຍ​ແມ່ນ​ຄູ່​ຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ທີ່​ສຳຄັນ​ໃນ​ພາກ​ພື້ນອາຊຽນຂອງ​ຈີນ. ຕາມ​​ສະຖິຕິ​ຂອງ​ຝ່າຍ​ຈີນ, ປີ​ກາຍ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງສອງ​ຝ່າຍ​ຫຼາຍກວ່າ 30 ຕື້​ໂດ​ລາ​ສະຫະລັດ, ​ເຊິ່ງ​ເພີ່ມ​ຂຶ້ນຫຼາຍກວ່າ​​ໄລຍະດຽວ​ກັນ​ຂອງ​ປີ​ກາຍ 17%.