ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-05 21:12:49    
ນັກ​ປາດ​ອາ​ຊີ​ກາງ​ກ່າວ​ວ່າ, ການ​ຮ້ອງ​ຂໍ "​ເສັ້ນ​ທາງ​ຜ້າ​ໄໝ​"ເປັນ​ມໍ​ລະ​ດົກ​ໂລກ​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ລຽບ​ເສັ້ນ​ທາງ

cri Author: min
ຕາມ​ຂ່າວສາ​ນຊິນ​ຮວາ: ວັນ​ທີ 4 ສິງຫາ, ນັກປາດ​ອາຊີ​ກາງ​ທີ່​ພວມ​ເຂົ້າ​ຮ່ວມ "ກອງ​ປະຊຸມ​ເປິກສາ​ສາກົນ​ກ່ຽວ​ກັບ​ການ​ຮ້ອງ​ຂໍ​ໃຫ້​ເສັ້ນ​ທາງ​ຜ້າ​ໄໝ​ເປັນ​ມໍ​ລະ​ດົກ​ໂລກ" ຢູ່​ເມືອງ​ທູ​ລູຟານ​ເມືອງ​ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຂອງ​ຈີນ​ກ່າວວ່າ,"ເສັ້ນທາງ​ຜ້າ​ໄໝ​ບູຮານ" ​ໄດ້​​ເສີມ​ຂະ​ຫຍາຍ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຊຸກ​ຍູ້​ການ​ແລກປ່ຽນລະ​ຫວ່າງ​ປະຊາ​ຊົນບັນດາ​ປະ​ເທດ​ແລະ​ການ​ເຊື່ອມ​ໂຍງ​ກັນ​ດ້ານ​ວັດ​ທະ​ນະ​ທຳ, ​ການ​ຮ້ອງ​ຂໍ​ເສັ້ນທາງ​ຜ້າ​ໄໝ​ເປັນ​ມໍລະດົກ​ໂລກ​ແມ່ນ​ຄວາມ​ປາ​ຖະໜາ​ຮ່ວມ​ຂອງ​ບັນດາ​ປະ​ເທດ​ລຽບ​ເສັ້ນ​ທາງ​ຜ້າ​ໄໝ.

ຜູ້​ມາເຂົ້າຮ່ວມ "ກອງ​ປະຊຸມ​ເປິກສາ​ສາກົນ​ກ່ຽວ​ກັບການ​ຮ້ອງ​ຂໍ​ໃຫ້​ເສັ້ນທາງ​ຜ້າ​ໄໝ​​ເປັນ​ມໍ​ລະ​ດົກ​ໂລກ" ​ 50 ກວ່າ​ຄົນ​ຕ່າງມາ​ຈາກ​ຈີນ, ກາ​ຊັກ​ສະ​ຕັງ, ກຽກກີ​ຊິສຕັງ​, ຕາ​ຊີ​ກີ​ສະ​ຕັງ, ອຸສ​ເບ​ກີ​ສະ​ຕັງ​ແລະ​ສູນ​ມໍລະດົກ​ໂລກ​ຂອງ​ອົງການ​ຢູ​ເນສ​ໂກ​ສະຫະ​ປະຊາ​ຊາດ. ວັນ​ທີ 4 ສິງຫາ, ພວກ​ເຂົາ​ເຈົ້າ​ໄດ້​​​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ ​ "​ແຜນການ​ເຄື່ອນ​ໄຫວ​​ເບື້ອງ​ຕົ້ນຢູ່​ທູ​ລູຟັນ​​ເພື່ອ​ຮ້ອງ​ຂໍ​ໃຫ້​ເສັ້ນທາງ​ຜ້າ​ໄໝ​ເປັນ​ມໍລະດົກ​ໂລກ".

​ເສັ້ນ​ທາງ​ຜ້າ​ໄໝ​ບູຮານ​ທາງ​ພາກ​ຕາ​ເວັນ​ອອກ​ເລີ່​ມຕົ້ນ​ຢູ່​ເມືອງ​ຊາງ​ອານ​ລາຊະ​ທານີ​ບູຮານ​ຂອງ​ຈີນ ຄື:​ເມືອງ​ຊີ​ອານ​ແຂວງ​ສ້ານ​ຊີ​ປະ​ຈຸ​ບັນ​ເບື້ອງ​ຕາ​ເວັນ​ຕົກ​, ​ເນັ່ງ​​ຜ່ານ​ບັນດາ​ປະ​ເທດ​ອາຊີ​ໃຕ້, ອາຊີ​ກາງຈົນໄປ​ຮອດ​ເອີ​ລົບ, ລວມ​ທັງ​ໝົດ​ຍາວ 7000 ກວ່າ​ກິ​ໂລ​ເມັດ​, ຕອນ​ໃນ​ແດນ​ຈີນ​ຍາວ 4000 ກວ່າ​ກິ​ໂລ​ເມັດ​ແມ່ນ​ທາງ​​ເສດຖະກິດ​ການ​ຄ້າ​, ທາງ​ເຊື່ອມ​ໂຍງ​ວັດທະ​ນະທຳ​, ​ແລະ​ທາງ​ແລກ​ປ່ຽນ​ວິທະ​ຍາສາດ​ເຕັກນິກ​ທາງ​ບົກ​ທີ່​ຍາວ​ກວ່າ​ໝູ່​ໃນ​ໂລກ​.