ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-07 21:15:13    
ຄະ​ນະ​ຜູ້​ແທນ​ສະ​ພາ​ສູງ​ອາ​ເມ​ລິ​ກາ​ເດີນ​ທາງ​ມາ​ຮອດ​ຈີນ

cri

ຕາມ​ຂ່າວສານ​ຊິນ​ຮວາ:​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ອູ​ປາງ​ກົວ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ຕອນ​ບ່າຍ​ວັນ​ທີ7 ສິງຫາ,ຄະນະ​ຜູ້​ແຜນ​ສະພາສູງ​ອາ​ເມ​ລິ​ກາ​ເດີນທາງ​ມາຮອດ​ເມືອງ​ກຸ້ຍ​ລິນ ​ເມືອງພາກ​​ໃຕ້​ຂອງ​ຈີນ,​ເລີ່​ມຢ້ຽມຢາມ​ຈີນ.

ຄະນະ​ຜູ້​ແທນ​ນຳ​ໂດຍ​ທ່ານ​​ເທດ ​ສິຕີ​ເວັນ​ສ໌ ຮັກສາ​ການ​ແທນປະທານ​ແລະ​ທ່ານ​ເດັນນີວ ອີ​ໂນ​ເຢ ສະມາຊິກ​ສະພາ​ສູງອາ​ເມ​ລິ​ກາ.​ໃນ​​ໄລຍະ​ຢ້ຽມຢາມ​ຈີນ,ຄະນະ​ຜູ້​ແທນ​ສະພາ​ສູງ​ອາ​ເມ​ລິ​ກາກັບ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຈະ​ພົບ​ປະ​ກັນຢ່າງ​ເປັນ​ທາງ​ການ​ເທື່ອ​ທີ່​ສາມ​ຕາມ​ກົນ​ໄກ​ແລ​ກປ່ຽນ​ສາມ​ປີລະຫວ່າງ​ສະພາ​ຈີນ​ອາ​ເມ​ລິ​ກາ​.ສອງ​ຝ່າຍ​ຈະ​ແລ​ກປ່ຽນ​ຄວາມ​ເຫັນກັນ​ກ່ຽວ​ກັບ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ,ບັນຫາ​ໄຕ້​ຫວັນ​,ການ​ຮ່ວມ​ມື​​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ແລະ​ສະຖາະນການສາກົນ​ແລະ​ພາກ​ພື້ນ​ເປັນຕົ້ນ.ນອກ​ນີ້,​ບັນຫາ​ທີ່​ກວມ​ໂລກ​ເຊັ່ນພະລັງງານ,ຕ້ານ​ການ​ກໍ່​ການຮ້າຍ,​ໄຂ້ຫວັດ​ສັດ​ປີກ​ແລະ​ງານ​ກິລາໂອ​ແລມປິກ​ເປັນ​ຕົ້ນກໍ່​ຈະ​ກາຍ​ເປັນຫົວ​ຂໍ້​ຫາລື​ກັນ​ຂອງສະມາຊິກສອງ​ສະພາ​.

ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ອູ​ປາງ​ກົວ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຍັງ​ຈະ​​ແຍກ​ອອກພົບ​ປະ​ແລະ​ເຈ​ລະ​ຈາ​ກັບ​ຄະນະ​ຜູ້​ແທນ​ຢູ່​ປັກ​ກິ່ງ.