ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-09 18:39:57    
ບຸກ​ຄົນ​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ​ໄຕ້​ຫວັນ​ພາ​ກັນ​ກ່າວ​ວ່າ ຊາວ​ໜຸ່ມ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​​ດຳ​ເນີນ​ການ​ແລກ​ປ່ຽນ​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ຄົນ​ທັງ​ຫຼາຍ

cri

ຕາມ​ໜັງສືພິມ​​ເຢີ​ນມິນ​ຢື້​ປ້າວ: ວັນ​ທີ8​ສິງຫາ,ບຸກຄົນ​ອົງການ​ຈັດ​ຕັ້ງຊາວ​ໜຸ່ມ​ໄຕ້​ຫວັນທີ່​ພວມ​​ເຂົ້າ​ຮ່ວມ​ງານ​ມະ​ໂຫລະ​ສົບຊາ​ວໜຸ່ມ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄັ້ງ​ປະ​ຖົມມະ​ເລີກ​ຢູ່​ທີ່​ເມືອງ​​ເຊ້ຍ​ເມີນ​ ​ແຂວງ​ຟູ​ຈ້ຽນຂອງ​ຈີນ​ພາກັນ​ກ່າວ​ວ່າ,ຊາວ​ໜຸ່ມ​ສອງ​ຝັ່ງ​ຊ່ອງ​ແຄບ​​ໄປມາຫາ​ສູ່​ກັນ​ແລະແລກ​ປ່ຽນ​​ກັນ​ແມ່ນ​ຄວາມ​ປາຖະ​ໜາຮ່ວມ​ຂອງ​ປະຊາຊົນ​ສອງ​ຝັ່ງ​ແລະ​ແງ່​ຂະຫຍາຍ​ທີ່​ຕ້ອງ​ເປັນ​ໄປ.

ທ່ານ​ເຊີນ​ເວີນ​ອີ້ ປະທານ​"ສະມາຄົມ​ນັກ​ທຸລະ​ກິດ​​ໄຕ້​ຫວັນ"​ເວົ້າ​ວ່າ,ງານມະ​ໂຫລະ​ສົບ​ຊາວ​ໜຸ່ມ​ສອງ​ຝັ່ງ​ແມ່ນ​​ເວທີ​ທີ່​​ໃຫ້​ຊາວ​ໜຸ່ມ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຕິດ​ຕໍ່​ພົວພັນ​ແລະ​ແລກ​ປ່ຽນ​ກັນ,ຊາວ​ໜຸ່ນ​ໄຕ້​ຫວັນ​ສ່ວນ​ຫຼາຍ​ເຫັນ​ດີ​ວ່າ​ບັນພະ​ບຸລຸດຂອງ​ຕົນ​ຢູ່​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ,​ແລະກໍ່​ໄດ້​​ເຫັນ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ແຜ່ນດິນ​ໃຫຍ່ໃນ​ຫຼາຍປີ​ມາ​ນີ້,ພວກ​ເຂົາ​ເຈົ້າ​ຢາກ​ຊອກ​ຮູ້​ແຜ່ນດິນ​ໃຫຍ່​,ນີ້ກໍ່​ແມ່ນ​​ແງ່​ຂະຫຍາຍຕົວ​ຢ່າງໜຶ່ງ.

ທ່ານ​ຮູ​ຈີ້​ຢູ໋ ຫົວໜ້າ​ບໍລິຫານ​ງານ"ມູນ​ນິທິ​ຊາວ​ໜຸ່ນດີ​ເດັ່ນ10​ຄົນຂອງ​ໄຕ້​ຫວັນ"​ເວົ້າ​ວ່າ,​ ​ຊາວ​ໜຸ່ມ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຕິດ​ຕໍ່​ພົວພັນ​ແລະ​ການ​ແລກ​ປ່ຽນ​ກັນແມ່ນ​ເພື່ອ​ອະນາ​ຄົດ​ຂອງປະ​ຊາ​ຊາດ​ຈີນ.ທ່າ​ນຍັງ​​ເຫັນ​ວ່າ,ຊາວ​ໜຸ່ມ​ສອງ​ຝັ່ງຕິດ​ຕໍ່​ພົວ​ພັນກັນ,ຮ່ຳ ຮຽນ​ເຊິ່ງກັນ​ແລະ​ກັນ,ຮຽນ ເອົາ​ຈຸດ​ດີ​ຂອງ​ຜູ້​ອື່ນມາ​ຕາບ​ຈູ​ນຈຸດ​ອ່ອນ​ຂອງ​ຕົນ​,ມີ​ຜົນ​ດີ​ຕໍ່​ການ​ຂະຫຍາຍ​ພາລະກິດ​ຂອງ​ໃຜລາວ​​ໃນ​ອະນາຄົດ.