ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-10 12:16:17    
ທະ​ນາ​ຄານ​ກາງ​ຂອງ​ຈີນ​ກ່າວ​ຢ້ຳ​ວ່າ, ​ແກ້​ໄຂ​ບັນ​ຫາ​ລາຍ​ຮັບ​ກັບ​ລາຍ​ຈ່າຍ​ສາ​ກົນ​ຂອງ​ຈີນ​ບໍ່​ສົມ​ກັນ​ອາ​ໄສ​ແຕ່​ການ​ຂຶ້ນ​ລາ​ຄາ​ເງິນ​ຢວນ​ຈີນ​ບໍ່​ໄດ້

cri Author: min
ຕາມ​ຂ່າວ CRI: ວັນ​ທີ 9 ສິງຫາ, ​ທະນາຄານ​ປະຊາຊົນ​ຈີນທີ່​ເປັນ​ທະນາຄານ​ກາງ​ຂອງ​ຈີນ​ໄດ້​ປະກາດ​ບົດ​ລາຍ​ງານ​ສະບັບ​ໜຶ່ງ,​ ກ່າວຢ້ຳວ່າ, ການ​ແກ້​ໄຂ​ບັນຫາ​ລາຍຮັບ​ກັບ​ລາຍ​ຈ່າຍ​ທາງ​ສາກົນ​ຂອງ​ຈີນ​ບໍ່ສົມ​ດຸນກັນ, ອາ​ໄສ​ແຕ່​ການ​ຂຶ້ນ​ລາຄາ​ເງິນ​ຢວນ​ຈີນ​ແມ່ນ​ບໍ່​ໄດ້.

ບົດ​ລາຍ​ງານ​ສະບັບ​ນີ້​ຂຽນ​ວ່າ, ມູນ​ເຫດ​ທີ່​ພາ​​ໃຫ້​ລາຍຮັບ​ສາກົນ​ຫຼາຍ​ກວ່າ ລາຍ​ຈ່າຍ​ສາກົນ​ຫຼາຍ​ຂັ້ນ​ແມ່ນ​ມີ​ຫຼາຍ​ດ້ານ, ​ໃນ​ນັ້ນ​ລວມທັງ​ມີ​ຫຼາຍ​ວິ​ສາ​ຫະ ກິດ​ຂ້າມ​ຊາດມາ​ລົງທຶນ​ສ້າງ​ໂຮງງານ​ຢູ່​ຈີນ​ພາ​ໃຫ້​ມີ​ຜະລິດ​ຕະພັນ​ສົ່ງ​ອອກ​ຢ່າງ​ຫຼວງ​ຫຼາຍ. ນອກ​ນີ້, ອັດຕາ​ເງິນ​ຝາກ​ປະຢັດ​ພາຍ​ໃນ​ປະ​ເທດຈີນ​ອ່າວສູງ, ​ແຕ່​ການ​ບໍລິ​ໂພ​ກບໍ່ພຽງພໍ, ​ການ​ເຕີບ​ໂຕ​ຂອງເສດ​ຖະກິດ​ອາ​ໄສ​ການ​ຄ້າ​ຂາ​ອອກ​ແລະ​ການ​ລົງທຶນ ຫຼາຍ​ເກີນ​ສ່ວນ​ກໍ​ແມ່ນ​ມູນ​​ເຫດ​ສຳຄັນ. ບົດ​ລາຍ​ງານ​ຂຽນ​ວ່າ, ຈີນ​ຄວນ​ໃຊ້​ມາດ​ຕະການ​ຫຼາຍ​ຢ່າງ​ເຮັດ​ໃຫ້ການ​ຄ້າທີ່​ໄດ້​ປຽບ​ຫຼຸດ​ໜ້ອຍ​ລົງ​, ຄື ພະຍາຍາມ​ເປີດ​ກວ້າງ​ຄວາມ​ຕ້ອງ​ການ​ຂອງ​ພາຍ​ໃນ, ຫຼຸດ​ເງິນຝາກ​ປະຢັດ​ໃຫ້​ໜ້ອຍ​ລົງ, ສົ່ງ​ເສີມ​ການ​ນຳ​ເຂົ້າ​ເຕັກ​ນິກ​ທີ່​ກ້າວ​ໜ້າ, ນຳ​ເຂົ້າ​ວັດຖຸ​ດິບ​ສຳຄັນ​ແລະ​ອຸປະກອນ​ສຳຄັນ, ​ໄຂ​ຕະ​ຫຼາດ​ໃຫ້​ກວ້າງ​ອອກ​ແລະ​ເພີ່ມ​ທະວີ​ຄວາມ​ຫົດ​ຍືດຂອງ​ອັດຕາ​ແລກປ່ຽນ​ເງິນຕາ​ເປັນ​ຕົ້ນ.

ນອກ​ນີ້​, ບົດ​ລາຍ​ງານ​ຍັງ​​ເຫັນ​ວ່າ, ​ເຖິງ​ວ່າ​ລາຄາ​ເຄື່ອງ​ບໍ​ລິ​​ໂພ​ກຈີນ​ດຽວ​ນີ້​ໝັ້ນ​ທ່ຽງ​ໃນ​ຂັ້ນ​ພື້ນຖານ, ​ແຕ່​ຍ້ອນ​ຖືກ​ຜົນ​ກະທົບ​ຈາກ​ລາຄາ​ນ້ຳ​ມັນ​ເຊື້ອ​ໄຟ, ​ໂລຫະ​ມີສີ, ອຸ​ປະ​ກອນ​ເຫຼັກ​ກ້າ​ທີ່​ແພງ​ຂຶ້ນ, ຄ່ານ້ຳ, ​ຄ່າໄຟຟ້າ​ແລະ​ອາຍ​ແກ໌ສ​ກໍ​ແພງ​ຂຶ້ນ, ປະຈຸ​ບັນ, ຈີນ​ຍັງ​ມີ​ກຳ​ລັງ​ໜີບ​ທາງເງິນ​ເຟີ້​ແອບ​​ແຝງ​​ຢູ່.