ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-10 18:53:33    
ກອງ​ປະຊຸມເວທີ​ປາ​ໄສ​ວຽກ​ງານ​ທົ່ວ​ໂລກ​ຈີນ​ອາ​ເມ​ລິ​ກາຄັ້ງທີ2ອັດ​ລົງ​ຢູ່​ປັກ​ກິ່ງ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ກອງ​ປະຊຸມເວທີ​ປາ​ໄສ​ວຽກ​ງານ​ທົ່ວ​ໂລກ​ຈີນ​ອາ​ເມ​ລິ​ກາຄັ້ງທີ2ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ສອງ​ມື້​ໄດ້ອັດ​ລົງ​ຢູ່​ປັກ​ກິ່ງ​ໃນວັນ​ທີ10ສິງຫາ.ກອງ​ປະຊຸມ​ໄດ້​ຫາລື​ກັນ​ກ່ຽວ​ກັບຄວາມ​ບົ່ມ​ຊ້ອນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃນ​ດ້ານ​ເພີ່​ມທະວີ​ການ​ຮ່ວມ​ມືພາຍ​ໃນກອບທົ່ວ​ໂລກ​ໃນ​ຂົງ​ເຂດ​ຕ່າງໆ​ຄື​ຄວາມ​ປອດ​ໄພພະລັງງານ​ແລະພະລັງງານ​ສະອາດ ​ ​ສາທາລະນະ​ສຸກ​ເປັນຕົ້ນ.

ກ່ຽວ​ກັບຄວາມ​ປອດ​ໄພດ້ານພະລັງງານ​ແລະພະລັງງານ​ສະອາດ,ສອງ​ຝ່າຍ​​ໄດ້​ສົນ​ໃຈ​ນຳ​ຜົນ​ສະທ້ອນ​ທາງ​ລົບ​ຈາກ​ລາຄາ​ນ້ຳມັນ​​ແພງ​ທີ່​ມີ​ຕໍ່​ເສດຖະກິດ​ໂລກ,​ແລະ​ໄດ້ຫາລື​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ສະອາດ​ສາກົນ ຂໍ້​ສະ​ເໜີ​ກ່ຽວ​ກັບ​ພະລັງງານ​ສະອາດ​ແລະ​ຍົກ​ປະສິດທິພາບ​ໃຫ້​ສູງ​ຂຶ້ນ ​ເຕັກນິກ​ພັດທະນາ​ພະລັງງານ​ໃໝ່​ແລະ​ບັນຫາ​ອື່ນໆ.

ກອງ​ປະຊຸມ​ຍັງ​ໄດ້​ຫາລື​ບົດຮຽນ​ໃນການ​ປ້ອງ​ກັນ​ຄວບ​ຄຸມໄຂ້ຫວັດ​ສັດ​ປີກ ພະຍາດ​ໄຂ້ຍຸງ​ແລະ​ພະຍາດ​ຕິດ​​ແປ​ດອື່ນໆ,ກ່າວ​ເນັ້ນວ່າ ປະຊາ​ຄົມ​ໂລກ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ຕິດຕາມ​ ປ້ອງ​ກັນ​ຄວບ​ຄຸມ​ແລະຕ້ານພະຍາດ​ຕິດ​ແປດຢ່າງມີປະສິດທິຜົນ.

ທ່ານຊຸ່ຍທ່ຽນໄຂ ຜູ້​ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະ​ເທດ​ຈີນ​ແລະ​ທ່ານ​ນາງພໍ​ລາ ຈັອບ​ໄບຣັອນສກີ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະ​ເທດອາ​ເມ​ລິ​ກາ​ຕ່າງ​ນຳພາຄະ​ນະ​ຜູ້​ແທນຂອງ​ປະ​ເທດ​ໃຜລາວ​ເຂົ້າຮ່ວມ​ກອງ​ປະ​ຊຸມ.