ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-13 17:22:50    
ຈີນ​​ຈະ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​​ໃນ​ດ້ານ​ຂະ​ແໜງ​ການ​ສຽງ​ແລະ​ພາບ​ຕື່ມ​ອີກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 13 ສິງຫາ, ທ່ານ​ເສີນ​​ເຢີ​ນການ ປະທານ​ສະມາ​ຄົມ​ລິ​ຂະ​ສິດ​ຈີນ​ກ່າວ​ວ່າ, ຈີນ​ໃຫ້​ຄຳ​ໝັ້ນສັນຍາ​ວ່າຈະ​ເພີ່ມ​ທະວີ​ການປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​​ໃນ​ດ້ານ​ຂະ​ແໜງ​ການ​ສຽງ​ແລະ​ພາບຕື່ມ​ອີກ.

ໃນ​ງານ​ດົນຕີ​ອິນ​ເຕີ​​​ເນັດ​ຄັ້ງປະຖົມມະ​ເລີກ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຕູ່​ຈ່ຽງຢ້ຽນ​ແຂວງ​ເຊ​ສວນ​ຈີນ​, ທ່ານ​ເສີນ​ເຢີ​ນການ​​ເວົ້າວ່າ, ປີ​ນີ້, ຈີນ​ຈະ​ເຂົ້າຮ່ວມ"ສົນທິ​ສັນຍາ​ລິ​ຂະ​ສິດ​ຂອງ​ອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ໂລກ", ​ແລະ​"ສົນທິສັນຍາຜະລິດ​ຕະພັນສະ​ແດງ​ແລະ​​ອັດ​ສຽງຂອງ​ອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ໂລກ".

ທ່ານ​ເສີນ​ເຢີ​ນການຍັງ​ກ່າວ​ວ່າ, ​ໃນ​ຂະນະ​ທີ່ເພີ່ມ​ທະວີ​ການໂຈ​ມຕີ​ການ​ເຄື່ອນ​ໄຫວ​ລັກລອກ​ແບບ​ນັ້ນ, ຈີນ​ຍັງ​ໄດ້​ສ້າງ​ອົງການ​ຂະ​ແໜງ​ການ​ງານ​ທີ່​ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ສຽງ​ແລະພາບ​ພັດທະນາ​ຢ່າງ​​ເປັນ​ລະບຽບ, ນີ້​ຈະ​ຊ່ອຍ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາຂອງ​ຂະ​ແໜງ​ການ​ດັ່ງກ່າວເທິງ​ອິນ​ເຕີ​ເນັດ.

 ທ້າຍ​ປີ​ກາຍ​ນີ້, ອົງການ​ຄຸ້ມ​ຄອງ​ລິ​ຂະ​ສິກ​ຈີນ​ໄດ້​ອະນຸມັດ​​ໃຫ້ສ້າງສະມາຄົມ​ຄຸ້ມ​ຄອງສຽງ​ແລະ​ພາບ​ຈີນ​​ແບບຮວມໝູ່​. ນີ້​ແມ່ນ​ອົງການ​ຄຸ້ມ​ຄອງ​ສິດ​ປະພັນ​ແບບຮວມໝູ່​​​ແຫ່ງ​ທີ​ສອງ​ທີ່​ຈີນ​ສ້າງຕັ້ງຂຶ້ນ​ເຊິ່ງຖັດຈາກສະມາຄົມ​ສິດ​ປະພັນ​ດົນຕີ​ຈີນ.