ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-14 20:56:33    
ທ່ານ​ເຈຍ​ຊີ້ງລີນ ພົບ​ປະ​ທ່ານ​ສີສະ​ຫວາດ ​ແກ້ວ​ບຸນ​ພັນ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 14 ສິງຫາ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈຍ​ຊີ້​ງລີ​ນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ກ່າວ​ວ່າ, ພັກ​ແລະ​ລັດຖະບານ​ຈີນ​ຈະ​ສືບຕໍ່ຢູ່​ບົນ​ພື້ນຖານ​ທິດ​ທາງການ​ຕ່າງປະ​ເທດ​ທີ່​ມີ​ໄມຕີ​ຈິດ​ກັບປະ​ເທດ​ໃກ້​ຄຽງ, ​ເປັນ​ໝູ່ຄູ່​ກັບປະ​ເທດ​ໃກ້​ຄຽງ, ຊຸກ​ຍູ້​ໃຫ້ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຈີນ​ລາວ​ທີ່​ໝັ້ນຄົງ​ຍາວ​ນານ ເປັນ​ເພື່ອນ​ບ້ານ​ໃກ້​ຄຽງທີ່​ດີ​ຕໍ່​ກັນ ຕ່າງ​ໄວ້​ເນື້ອ​​ເຊື່ອ​​ໃຈ​ກັນ​ໃຫ້​ຂະຫຍາຍ​ໄປ​ສູ່​ລະດັບ​ສູງ​ກວ່າ​​ເກົ່າ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ. ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ຫຼາຍກວ່າ​ເກົ່າ​ມາໃຫ້​ປະຊາຊົນ​ສອງ​ຊາດ.

ທ່ານ​ເຈຍ​ຊີ້​ງລີ​ນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ສີສະ​ຫວາດ​ ​ແກ້ວ​ບຸນ​ພັນ ປະທານ​ແນວ​ລາວ​ສ້າງ​ຊາດ. ທ່ານ​ຊີ້​ອອກ​ວ່າ, ​ໃນຫຼາຍປີ​ມານ​ນີ້, ສອງ​ປະ​ເທດ​ມີ​ໝາກຜົນ​ຮ່ວມ​ມືອັນ​ເດັ່ນຊັດ​ໃນ​ຂົງ​ເຂດ​ຕ່າງໆ, ການ​ພົວພັນ​ສອງ​ປະ​ເທດສາມາດ​ເວົ້າ​ໄດ້​ວ່າ​ແມ່ນ​ແບບຢ່າງທີ່​ຕ່າງ​ເຄົາລົບ​ກັນ​ແລະ​ມີໄມ​ຕິ​ຈິດ​ຕໍ່​ກັນ. ຝ່າຍຈີນຍ້ອງ​ຍໍ​ແລະ​ຂອບ​ໃຈ​ພັກ​ແລະ​ລັດຖະບານ​ລາວທີ່​ໃຫ້​ຄວາມ​ເຂົ້າ​ໃຈ​ແລະ​ສະໜັບສະໜູນ​ໃນ​ບັນຫາ​ສຳຄັນ​ຕ່າງໆທີ່​ພົວພັນ​ເຖິງ​ອະທິປະ​ໄຕ​ຂອງ​ຈີນ​ເຊັ່ນ: ​ໄຕ້​ຫວັນ ​ຕິ​ເບ​ດ ​ແລະ​ສິດ​ທິມະ​ນຸດ​ເປັນຕົ້ນ.

ທ່ານ​ສີສະ​ຫວາດ​ເວົ້າວ່າ, ​ແນວ​ລາວ​ສ້າງ​ຊາດ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນຈີນ​ຕື່ມ​ອີກ, ຊຸກ​ຍູ້​ໃຫ້​ມິດຕະພາບ​ລາວ​ຈີນ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.