ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-14 21:00:01    
ພັກ​ກອມ​ມູນິດ​ຈີນ​ຍິນ​ດີ​ສືບ​ຕໍ່​ຂະ​ຫຍາຍ​ການ​ຮ່ວມ​ມື​ຢ່າງ​ມີ​ໄມ​ຕິ​ຈິດ​ກັບ​ພັກ​ປະ​ຊາ​ຊົນ​ປະຕິ​ວັດ​ລາວ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 14 ສິງຫາ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິ​ສາງ​ຊຸນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ວ່າ, ພັກ​ກອມ​ມູນິດ​ຈີນ​ຍິນ​ດີ​ສືບ​ຕໍ່ຂະຫຍາຍ​ການ​ຮ່ວມ​ມື​ຢ່າງ​ມີ​ໄມ​ຕິ​ຈິດ​ກັບ​ພັກ​ປະຊາຊົນ​ປະຕິວັດ​ລາວ​ບົນ​ພື້ນຖານຫຼັກ 4 ປະ​ການ​ຄື"​ເອກະ​ລາດ​ເປັນ​ເຈົ້າຕົນ​ເອງ, ສະ​ເໝີ​ພາບ​ກັນ​ໝົດ, ຕ່າງ​ເຄົາລົບ​ກັນ, ຕ່າງ​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນຂອງ​ກັນ", ພ້ອມ​ກັນ​ຊຸກ​ຍູ້​ການ​ພົວພັວຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຈີນ​ລາວ​​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ລີ​ສາງ​ຊຸນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​​ເວລາ​ພົບ​ປະ​ທ່ານ​ສີສະ​ຫວາດ ​ແກ້ວ​ບຸນ​ພັນ ປະທານ​ແນວ​ລາວ​ສ້າງ​ຊາດ ທີ່​ນຳ​ໂດຍ​ພັກ​ປະຊາຊົນ​ປະຕິວັດ​ລາວ. ທ່ານ​ລີ​ສາງ​ຊຸນ​ເວົ້າວ່າ, ​ແຕ່​ຈີນ​ລາວ​ສ້າງສາ​ຍສຳພັນ 45 ປີ​ມາ​ນີ້, ການ​ພົວພັນສອງ​ພັກສອງ​ລັດ​ໄດ້​ຂະຫຍາຍ​ຕົວຢ່າງ​ຮອບດ້ານ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ລົງ​ສູ່​ລວງ​ເລິກ​ເລື້ອຍໆ. ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ສະ​ເໝີ​ພາບ​ຕໍ່​ກັນ, ຕ່າງ​ສະໜັບສະໜູນ​ກັນ, ​ແລະ​ຮ່ວມ​ມື​ຢ່າງ​ຈິງ​ໃຈນັ້ນ​ແມ່ນ​ຈຸດ​ພິ​ເສດ​ອັນພົ້ນ​ເດັ່ນຂອງ​ການ​ພົວພັວຈີນ​ລາວ. ​ໃນຫຼາຍປີ​ມາ​ນີ້, ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ສອງ​ພັກ​ຈີນ​ລາວ​ໄດ້​ມີ​ທ່ວງທ່າ​ຂະຫຍາຍ​ຕົວອັນ​ດີງາມ, ຜູ້ນຳ​ສອງ​ພັກ​ຢ້ຽມຢາມ​ກັນ​ຢ່າງ​ເນື່ອງນິດ, ​ໄດ້​ເພີ່ມ​ພະລັງ​ຊີວິດ​ໃໝ່​ໃຫ້​ແກ່​ການ​ປັບປຸງ​ແລະ​ຂະຫຍາຍ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​ຈີນ​ລາວ.

ທ່ານ​ລີ​ສາງ​ຊຸນ​ກ່າວ​ວ່າ, ຈີນ​ລາວ​ລ້ວນ​ແຕ່​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ, ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ວຍໄມ​ຕີຈິດ​ທີ່​ເປັນ​ເພື່ອນ​ບ້ານ​​ໃກ້​ຄຽງ​ລະຫວ່າງ​ຈີນ​ລາວ​ບໍ່ພຽງ​ແຕ່ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາຊົນ​ສອງ​ປະ​ເທດທໍ່​ນັ້ນ, ຫາກ​ຍັງ​ມີ​ຜົນ​ດີ​ຕໍ່ການ​ປັບປຸງ​ແລະ​ຂະຫຍາຍ​ພາລະກິດ​ສັງຄົມ​ນິຍົມ.

ທ່ານ​ສີສະ​ຫວາດ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ການ​ຕີ​ລາຄາ​ອັນຕັ້ງໜ້າ​ຂອງ​ທ່ານ​ລີ​ສາງ​ຊຸນ​ທີ່​ມີ​ຕໍ່​ການ​ພົວພັນ​ສອງ​ພັກ​ແລະ​ສອງ​ລັດ. ທ່ານ​ເຊື່ອ​ວ່າ, ​ໃຕ້​ຄວາມ​ພະຍາຍາມ​ພ້ອມ​ກັນ​ຂອງ​ສອງ​ຝ່າຍ, ມິດຕະພາບ​ຈີນ​ລາວ​ຍ່ອມ​ຈະ​ຍືນ​ຍົງ​​ຕະຫຼອດ​ໄປ.

ທ່ານ​ສີສະ​ຫວາດ​​ແມ່ນມາ​ຢ້ຽມຢາມສັນທະ​ວະ​ໄມຕີ​ຕໍ່​ຈີນ​​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເຈຍ​ຊີ້​ງລີ​ນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແຕ່​ວັນ​ທີ 13 ຫາ​ວັນ​ທີ 19 ສິງຫາ.