ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-15 17:24:51    
ງານ​ແຂ່ງ​ຂັນ​ກິ​ລາ​ແລ່ນ​ແລະ​ລານ​ຊາວ​ຫນຸ່ມ​ໂລກ​ຄັ້ງ​ທີ 11 ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: sayvanny
ຕາມ​ຂ່າວ CRI:ງານ​ແຂ່ງຂັນ​ກິລາແລ່ນ​ແລະ​ລານ​ຊາວ​ຫນຸ່ມຊິງ​ຊະນະ​ເລີດ​ຂອງ​ໂລກ​ສາກົນ​ຄັ້ງທີ 11 ​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 15 ສິງຫາ.

ງານ​ແຂ່ງຂັນ​ເທື່ອ​ນີ້​ໄດ້​ມີ​ນັກ​ກິລາ 1451 ຄົນ​ທີ່​ມາ​ຈາກ 180 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າຮ່ວມ, ໄດ້​ສ້າງ​ສະຖິຕິ​ທີ່​ມີ​ຜູ່​ເຂົ້າຮ່ວມຫລາຍ​ທີ່​ສຸດ​ໃນ​ປະຫວັດຂອງ​ງານ​ແຂ່ງຂັນ​ດັ່ງກ່າວ. ຈີນ​ໄດ້​ແຕ່ງ​ນັກ​ກິລາ 79 ຄົນ​ເຂົ້າຮ່ວມ​, ​ເຊິ່ງກໍ່​ແມ່ນ​ເທື່ອ​ຫນຶ່ງ​ທີ່ນັກ​ກິລາ​ຈີນ​ທີ່​ເຂົ້າຮ່ວມ​​ຫລາຍ​ກວ່າ​ຫມູ່.

ງານ​ແຂ່ງຂັນກິລາ​ແລ່ນ​ແລະ​ລານຊາວຫນຸ່ມ​​ໂລກ​ໄດ້ມີ​ຂໍ້​ກຳນົດ​ຢ່າງ​ເຄັ່ງ​ຄັດ​ດ້ານອາຍຸ​ຂອງ​ນັກ​ກິລາ,ວັນ​ເກີດ​ຂອງນັກ​ກິລາ​ທີ່​ເຂົ້າຮ່ວມ​ງານ​ເທື່ອ​ນີ້​ຕ້ອງ​ຢູ່​ໃນ​ລະ​ຫວ່າງ​ວັນ​ທີ 1 ມັງກອນ​ປີ 1987 ຫາວັນ​ທີ 31 ທັນວາ​ປີ 1990.

ການ​ແຂ່ງຂັນ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 20 ສິງຫາ.

ງານ​ແຂ່ງຂັນ​ກິລາແລ່ນ​ແລະ​ລານ​ຊາວ​ຫນຸ່ມ​​ໂລກ​ເລີ່​ມຈັດ​ຂຶ້ນ​​ເມື່ອປີ 1986,​ແມ່ນ​ງານ​ແຂ່ງຂັນ​ຂອງ​ຊາວຫນຸ່ມ​ທີ່​ມີ​ລະດັບ​ສູງ​ສຸດ​ໃນ​ວົງ​ການ​ກິລາແລ່ນ​ແລະ​ລານ​ສາກົນ.