ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-16 17:11:52    
ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ, ​ແຕ່​ລະ​ປີ​ຈີນ​ຈະ​ຈັດ​ເງິນ 800 ລ້ານ​ຢວນ​ເພື່ອ​ຊ່ອຍ​ເຫລືອ​ນັກ​ຮຽນ​ຜູ່​ທຸກ​ຍາກ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 16 ສິງຫາ,ກະຊວງ​ສຶກສາ​ທິການ​ແລະ​ກະຊວງ​ການ​ເງິນ​ຈີນ​ໄດ້​ຮ່ວມ​ກັນ​ປະກາດ​ວ່າ, ​ແຕ່​ປີ​ນີ້​ເປັນຕົ້ນ​ໄປ, ການ​ເງິນ​ສູນ​ກາງ​ຈີນ​ຈະ​ຈັດ​ງົບປະມານ​ສະເພາະປີ​ລະ 800 ລ້ານ​ຢວນ​​​ເພື່ອ​ຊ່ອຍ​ເຫລືອ​ນັກ ຮຽນ​ໃນຄອບຄົວ​ທີ່​ທຸກ​ຍາກ​ເຂົ້າໂຮງຮຽນ​ອາຊີວະ​ສຶກສາ​ຊັ້ນກາງ.

ປັດຈຸບັນ ໂຮງຮຽນ​ອາຊີວະ​ສຶກສາ​ຊັ້ນກາງຂອງ​ຈີນ​ມີ​ນັກຮຽນ 16 ລ້ານ​ກວ່າ​ຄົນ, ​ໃນ​ນັ້ນ,ນັກຮຽນ​ຜູ່ທຸກ​ຍາກ​ກວມປະມານ 30%.

​ສະນັ້ນ, ລັດຖະບານ​ຈີນ​ຈິ່ງ​ຕົກລົງ​ແຕ່​ປີ​ນີ້​ເປັນຕົ້ນ​ໄປ, ຈະ​ເບີກ​ງົບປະ ມານ​ສະ​ເພາະ​ຊ່ອຍ​ເຫລືອ​ນັກຮຽນ​ຜູ່​ທຸກ​ຍາກ​ໃນ​ຫມູ່​ນັກຮຽນ 8 ​ແສນ​ຄົນ​ທີ່​ຮຽນ​ຢູ່​ໂຮງຮຽນ​ອາຊີວະ​ສຶກສາ​ຊັ້ນກາງ. ນອກ​ນີ້, ​ແຫ່ງ​ຕ່າງໆ​ຍັງ​ຈະຕັ້ງທຶນ​ສຶກສາ​ຂອງ​ລັດຖະລານ​ແລະ​ທຶກ​ສຶກສາ​ວິຊາ​ສະ​ເພາະ​ຢູ່​ໃນ​ໂຮງຮຽນ​ອາຊີວະ​ສຶກສາ​ຊັ້ນກາງ, ສ້າງ​ລະບອບ​ອຸດ​ຫນູນ​ການ​ຮຽນ​ທີ່​ຖື​ການ​ໃຫ້​ນັກຮຽນ​ເຂົ້າ ຮ່ວມ​ການ​ຝຶກ​ງານ​ການ​ຜະລິດ​ເປັນ​ໃຈກາງ, ​ໃຫ້​ນັກຮຽນ​ມີ​ລາຍ​ໄດ້​ສ່ຳ​ໃດ​ສ່ຳ​ຫນຶ່ງ​ໃນ​ຫນ້າ​ທີ່​ເຝິກ​ງານ; ສົ່ງ​ເສີມ​ແລະ​ຊຸກ​ຍູ້​ອົງການ​ການ​ເງິນ​ໃຫ້​ເງິນ​ກູ້​ຢືມ​ແກ່​ນັກຮຽນ​ຜູ່​ທຸກ​ຍາກ