ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-16 18:40:56    
ການ​ເຄື່ອນ​ໄຫວ​ຕ້ານ​ການ​ລອກ​ແບບ​ຂອງ​ຈີນ​ໄລ​ຍະ​ທີ​ໜຶ່ງ​ໄດ້​ຮັບ​ໝາກ​ຜົນ​ຕາມ​ຄາດ​ໝາຍ

cri Author: mo

ຕາມ​ຂ່າວCRI: ວັນ​ທີ 16 ສິງຫາ, ເຈົ້າໜ້າ​ທີ່​ຫ້ອງການ​ໜ່ວຍ​ງານ​"ກວາດ​ລ້າງ​ສິ່ງ​ລາມົກ, ​ໂຈມ​ຕີ​ສິ່ງ​ພິມ​ທີ່​ຜິດ​ກົດໝາຍ"​ທົ່ວ​ປະ​ເທດ​ຈີນຖະ​ແຫຼງວ່າ, ການ​ເຄື່ອນ​ໄຫວ​ຕ້ານ​ການລອກ​ແບບ​ຂອງ​ຈີນ​ໄລຍະ​ທີ​ໜຶ່ງທີ່ພວມ​ດຳ​ເນີນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຮັບ​ໝາກຜົນ​ຕາມ​ຄາດ​ໝາຍ, ທົ່ວ​ປະ​ເທດ​ຍຶດ​ໄດ້​ສິ່ງພິມ​ທີ່​ຜິດກົດ​ໝາຍ​ລວມ 8 ລ້ານ​ກວ່າ​ເຄື່ອງ.

ຕາມ​ຊາບ​ວ່າ, ​ໃນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ຮ້ານຂາຍ​ປື້​ມຊິນ​ຮວາ​ຂອງ​ລັດ, ຮ້ານຂາຍເຄື່ອງສຽງ​ແລະ​ພາບ​ແລະ​ຊອບ​ແວ​ຄອມ​ພິວ​ເຕີ​ພ້ອມ​ດ້ວຍຮ້ານຂາຍ​ຂະໜາດ​ໃຫຍ່​ 60% ​ໃນ​​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ນຳ​ໜ້າ​ສະ​ສາງ​ແຜ່ນສຽງ​​ແລະ​ຊອບ​ແວ​ລອກ​ແບບ, ພາກສ່ວນທີ່​ກ່ຽວຂ້ອງຕ່າງໆ​ໄດ້​ຊຳລະຄະດີ​ໃຫຍ່ 200 ກວ່າ​ລາຍ, ພາກສ່ວນ​ຮັກສາ​ຄວາມ​ສະຫງົບ​ຈີນ​ໄດ້​ອອກ​ຄຳ​ສັ່ງ​ຈັບ​ຜູ້​ຕ້ອງ​ຫາ​ຂາຍ​ເຄື່ອງ​ລອກ​ແບບ​ເປັນຄັ້ງທຳ​ອິດ.​​

ແຕ່​ວັນ​ທີ 15 ກໍລະກົດ​ຫາ​ວັນ​ທີ 25 ຕຸລາ, 10 ຂະ​ແໜງ​ການ​​ເຊັ່ນ​ກະຊວງ​ວັດ​ທະ​ນະ​ທຳ​ຈີນ ​ແລະ​ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ເປັນຕົ້ນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວຕ້ານການ​ລອກ​ແບບ​ຢູ່​ທົ່ວ​ປະ​ເທດ, ​​ໂຮມ​ສູນ​ໂຈມຕີ​ເຄື່ອງສຽງ​ແລະ​ພາບ​ແລະ​ຜະລິດ​ຕະພັນ​ຊອບ​ແວ​ຄອມ​ພິວ​ເຕີ​ທີ່​​ລອກ​ແບບ.