ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-18 16:53:38    
ຈີນ​ຈະ​ຫລຸດ​ພາ​ສີ​ໃຫ້​ສິນ​ຄ້າ 1700 ຊະ​ນິດ​ທີ່​ຜະ​ລິດ​ຢູ່​ຫ້າ​ປະ​ເທດ​ອາ​ຊີ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 17 ສິງ​ຫາ,ກະ​ຊວງ​ການ​ເງິນ​ຈີນ​ປະກາດ​ວ່າ, ​ແຕ່​ວັນ​ທີ 1 ກັນ​ຍາ​ປີ​ນີ້​ເປັນ​ຕົ້ນ​ໄປ, ​ໂດຍ​ອີງ​ຕາມຜົນ​ການ​ເຈ​ລະ​ຈາ​ຫລຸດ​ພາ​ສີ​ຮອບ​ທີ​ສາມ​ຂອງ​ສັນ​ຍາ​ການ​ຄ້າ​ອາ​ຊີ​ປາ​ຊິກ​ຟິກ,ຈີນ​ຈະ​ຫລຸດ​ພາສີ​ໃຫ້​ສິນຄ້າ 1700 ກວ່າ​ຊະນິດ​ທີ່​ຜະລິດ​ຢູ່​ລາວ ສ.​ເກົາ​ຫລີ ອິນ​ເດຍ ສີ​ລັງ​ກາ​ແລະ​ບັງ​ກຼາ​ເດັດ,​ແລະຍັງ​ຈະ​ປະ​ຕິ​ບັດ​ອັດ​ຕາ​ພາ​ສີ​ພິ​ເສດ​ຕໍ່​ສິນ​ຄ້າ​ສ່ວນ​ຫນຶ່ງ​ທີ່​ຜະ​ລິດ​ຢູ່​ລາວ​ແລະ​ບັງ​ກຼາ​ເດັດ.

ຜະ​ລິດ​ຕະ​ພັນ​ທີ່​ຈະ​ຫລຸດ​ພາສີ​ແລະ​ປະ​ຕິ​ບັດ​ອັດຕາ​ພາ​ສີ​ພິ​ເສດ​ນັ້ນ​ລວມ​ມີ​ຜະ​ລິດ​ຕະ​ພັນ​ກະສິກຳ,ຢາ​ປົວ​ພະ​ຍາດ,ຜະ​ລິດ​ຕະ​ພັນ​ເຄ​ມີ,​ແຜ່ນ​ແພ​ແລະ​ເຄື່ອງ​ນຸ່ງ​ຫົ່ມ,​ຜະ​ລິດ​ຕະ​ພັນ​ໂລ​ຫະ ​ກົນ​ຈັກ​ໄຟ​ຟ້າ ລົດ​ຍົນ​ແລະ​ເຄື່ອງ​ອາ​ໄຫລ່​​ລົດ​ຍົນ​ເປັນ​ຕົ້ນ.

ກະ​ຊວງ​ການ​ເງິນ​ຈີນ​ກ່າວ​ວ່າ, ການ​ຫລຸດ​ພາ​ສີ​ຮອບ​ໃຫມ່​ຈະ​ມີ​ຜົນ​ດີ​ຕໍ່​ຈີນ​ເປີດ​ກວ້າງ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ບັນ​ດາ​ສະ​ມາ​ຊິກ​ທີ່​ເຊັນ​ສັນ​ຍາ​ການ​ຄ້າ​ອາ​ຊີ​ປາ​ຊິກ​ຟິກ,​ເພື່ອ​ການ​ຮ່ວມ​ມື​ກັນ.