ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-18 17:33:35    
ຈີນ​ປະ​ກາດ​ຂໍ້​ມູນ​ສະ​ຖິ​ຕິ​ຂະ​ແຫນງ​ການ​ຫນັງ​ສື​ພິມ​ແລະ​ການ​ພິມ​ຈຳ​ຫນ່າຍ​ປີ 2005

cri Author: sayvanny
ຕາມ​ຂ່າວ​ຈາກ​ຫນັງ​ສື​ພິມ​ການ​ພິມ​ຈຳ​ຫນ່າຍ​ຂອງ​ຈີນ​ລາຍ​ງານ​ວ່າ: ຂໍ້​ມູນ​ສະ​ຖິ​ຕິ​ຂອງ​ຂະ​ແຫນງ​ການ​ຫນັງ​ສື​ພິມ​ແລະ​ການ​ພິມ​ຈຳ​ຫນ່າຍ​ທົ່ວ​ປະ​ເທດ​ໃນ​ປີ 2005 ທີ່​ກົມ​ການ​ຫນັງ​ສື​ພິມ​ແລະ​ພິມ​ຈຳ​ຫນ່າຍ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຂອງ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ຈີນ​ພວມ​ຫັນ​ໄປ​ສູ່​ທິດ​ທີ່​ສົມດຸນ​ກວ່າ​ເກົ່າ,​ແຕ່​ມູນ​ຄ່າ​ການ​ສົ່ງ​ອອກ​ກັບ​ການ​ນຳ​ເຂົ້າ​ຍັງ​ຜິດ​ໂຕນ​ກັນຢ່າງ​ເດັ່ນ​ຊັດ.

​ຂໍ້​ມູນ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2005, ປື້ມ​ອ່ານ ຫນັງ​ສື​ພິມ​ແລະ​ວາ​ລະ​ສານ​ຂອງ​ຈີນ​ທີ່​ສົ່ງ​ຂາຍ​ຕ່າງ​ປະ​ເທດ​​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ 2004 ຫລາຍ​ສົມ​ຄວນ, ລວມ​ທັງ​ຫມົດ​ສົ່ງ​ອອກ 7 ລ້ານ 3 ​ແສນ 2 ຫມື່ນ​ສະ​ບັບ,ຕົກ​ເປັນ​ເງິນ 32 ລ້ານ 8 ​ແສນ 7 ຫມື່ນ​ໂດ​ລາ​.​ແຕ່​ຖ້າ​ສົມ​ທຽບ​ກັບ​ປະ​ເພດ,ຈຳ​ນວນ​ແລະ​ມູນ​ຄ່າ​ເຄື່ອງ​ສຽງ​ແລະ​ພາບ​ສິ່ງ​ພິມເອ​ເລັກ​ໂຕຼ​ນິກ​ກໍ່​​ໄດ້​ຫລຸດ​ລົງ.