ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-18 17:42:04    
ຈີນ​ຈະ​ເພີ່ມ​ທະ​ວີ​ການ​ປະ​ດິດ​ສ້າງ​ຢ່າງ​ເປັນ​ເຈົ້ນ​ຕົນ​ເອງ​ໃນ​ດ້ານ​ວິທະ​ຍາ​ສາດ​ເຕັກ​ນິກ​ສິ່ງ​ແວດ​ລ້ອມ

cri Author: mo
ຕາມ​ຂ່າວCRI:ມື້​ນີ້, ວັນ​ທີ 18 ສິງຫາ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ໂຈ​ວ​ເສີ່​ງສຽນ ຫົວໜ້າ​ກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ເພີ່ມ​ທະວີ​ການ​ປະດິດ​ສ້າງ​ຢ່າງເປັນ​ເຈົ້ນ​ຕົນ​ເອງ​ໃນ​ດ້ານ​ວິທະຍາສາດ​ເຕັກນິກ​ສິ່ງ​ແວດ​ລ້ອມ, ​ເລີ່​ມປະຕິບັດໂຄງການ​ຄົ້ນຄວ້າ​ວິທະຍາສາດ​ສຳຄັນ​ຕ່າງໆ, ​ເພື່ອ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ​ທີ່​ປະ​ເຊີນ.

ທ່ານ​ໂຈ​ວ​ເສີ່​ງສຽນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ວິທະຍາສາດ​ເຕັກນິກ​ສິ່ງ​ແວດ​ລ້ອມ​ທົ່ວ​ປະ​ເທດ​ຈີນ. ທ່ານ​ແນະນຳ​ວ່າ, ສະພາບ​​ວິທະຍາສາດ​ເຕັກນິກ​ສິ່ງ​ແວ​ດລ້ອມ​ຈີນ​ໃນປັດຈຸບັນຍັງ​ບໍ່​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ດ້ານ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຊາດ, ​​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ພົ້ນ​ເດັ່ນໃນ​ດ້ານ​ເຕັກນິກ​ປ້ອງ​ກັນ​ແລະ​ປົວ​ແປງ​ການ​ເຊື່ອມ​ພິດ​ຍັງຢູ່​ໃນ​ລະດັບ​ຕ່ຳ, ຂໍ້​ມູນ​ຕິດຕາມ​ວັດ​ແທກ​ສິ່ງ​ແວດ​ລ້ອມ​ຂາດ​ເຂີນ​ຢ່າງ​ໜັກໜ່ວງ, ທຶນ​ຄົ້ນຄວ້າ​ວິທະຍາ​ສາດ​ເຕັກນິກສິ່ງ​ແວດ​ລ້ອມ​ບໍ່ພໍຢ່າງ​ໜັກໜ່ວງ​ແລະ​ອື່ນໆ. ​ເພື່ອ​ຫັນປ່ຽນ​ສະພາບ​ການ​ດັ່ງກ່າວ, ຈີນ​ຈະ​ເພີ່ມ​ການ​ລົງທຶນ​​ໃສ່​ວິທະຍາສາດ​ເຕັກນິກ​ສິ່ງ​ແວດ​ລ້ອມ, ​ເລີ່​ມປະຕິບັດໂຄງການ​ຄົ້ນຄວ້າ​ວິທະຍາສາດ​ສຳຄັນ​ຕ່າງໆ​ເຊັ່ນ​ປົວ​ແປງ​ການ​ເຊື່ອມ​ພິດ​ນ້ຳ, ​ແລະ​ລະບົບ​ຕິດຕາມ​ວັດ​ແທກ​ສິ່ງ​ແວດ​ລ້ອມ​ດ້ວຍ​ດາວ​ທຽມ​ເປັນຕົ້ນ, ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຄົ້ນຄວ້າພັດທະນາ​ເຕັກນິກ​ແລະ​ຜະລິດ​ຕະພັນ​ດ້ານ​ສິ່ງ​ແວດ​ລ້ອມຢ່າງ​ເປັນ​ເຈົ້າຕົນ​ເອງ.