ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-19 21:17:11    
ເວ​ທີ​ປາ​ໄສ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ອາ​ຊີ​ປາ​ຊີ​ຟິກ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈະ​ຈັດ​ຂຶ້ນ​ຢູ່​ຄຸນ​ມິງ​ທ້າຍ​ເດືອນ​ນີ້

cri

ຕາມ​ຂ່າວສານ​ຈີນ:ວັນ​ທີ23 ​ສິງຫາ,​ເວທີ​ປາ​ໄສ​ນັກທຸລະກິດ​ຊາວຈີນ​ອາຊີ​ປາຊີ​ຟິກຄັ້ງ​ປະຖົມມະ​ເລີກ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ມູງ ​ເມືອງ​ພາກ​ໃຕ້​ຂອງ​ຈີນ.ຕາມ​ຊາບວ່າ​ມີ​ຜູ້ນຳ​ຂອງ​ນັກທຸ​ລະ​ກິດຊາວ​ຈີນ​​ແລະ​ນັກວິ​ສາ​ຫະກິດ​ທີ່​ມີ​ຊື່ສ​ຽງຂອງ​ພາກ​ພື້ນ​ອາຊີ​ປາ​ຊີ​ຟິກ6ທ່ານຈະ​ກ່າວ​ປາຖະກະ​ຖາ​ໃນ​ເວທີ​ປາ​ໄສ.

ນີ້​ແມ່ນທ່ານ​ຢາງ​ກວ່າ​ງມິນ ຮອງ​ຫົວໜ້າຫ້ອງການ​ວຽກງານ​ຊາວ​ຈີນຕ່າງ​ດ້າວ​ອຳນາດ​ການ​ປົກຄອງຢຸນນານ​ປະກາດຂ່າວ​ດັ່ງກ່າວ​ຢູ່​ຄຸນ​ມິ​ງໃນວັນ​ທີ18 ສິງຫາ.ຜູ້ນຳ​ຂອງ​ນັກທຸ​ລະ​ກິດ​ຊາວຈີນ​ແລະ​ນັກ​ວິ​ສາ​ຫະກິດ​ເຫຼົ່າ​ນີ້​ຕ່າງ​ມາ​ຈາກ​ສິງກະ​ໂປ,ຍີ່ປຸ່ນ,ມາ​ເລ​ເຊຍ,​ໄທ​ແລະ​ອາ​ເມ​ລິ​ກາ​ເປັນ​ຕົ້ນ.
  ​ເວທີ​ປາ​ໄສ​ຄັ້ງ​ນີ້​ຖື"​ເອົາ​ໃຈ​ໃສ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ,ພ້ອມ​ກັນ​ຊອກ​ຫາ​ການ​ຮ່ວມ​ມື​ພັດທະນາ"​ເປັນ​ຫົວ​ຂໍ້ຫຼັກ,​ໂດຍ​ຜ່ານການ​ກ່າວ​ປາຖະກະຖາ​ຂອງ​ນັກທຸ​ລະ​ກິດຊາວ​ຈີນທີ່ຢູ່​ຕ່າງປະ​ເທດ,​ເພື່ອ​ຮັບ​ຮູ້​ທ່ວງທ່າການ​ລົງທຶນ,ການ​ຍົກຍ້າຍຂອງ​ຜະລິດຕະກຳ​ແລະ​ຄວາມ​ຕ້ອງການ​ຮ່ວມ​ມື​ຂອງ​ນັກທຸລະກິດ​ຊາວຈີນ,ຊຸກຍູ້​ການ​ຮ່ວມ​ມື​ແລກປ່ຽນ​ລະຫວ່າງ​ນັກທຸລະກິດ​ຊາວຈີນທີ່ຢູ່ຕ່າງປະ​ເທດ​ກັບ​​ແຂ​ວງຢຸນນານ​ແລະ​ເຂດ​ຕາ​ເວັນ​ຕົກສ​ຽງ​ໃຕ້ຂອງ​ຈີນ.

ໃນ​ໄລຍະ​​ເວທີ​ປາ​ໄສ,​ເຈົ້າ​ໜ້າ​ທີ່​ຂອງ​ກະຊວງ​ທີ່ກ່ຽວຂ້ອງ​ຂອງ​ຈີນ​ແລະ​​ເຈົ້າ​ໜ້າ​ທີ່​ຂອງ​ນະ​ຄອນ​ຈຸງກິງ,​ແຂວງ​ເຊສວນ,​ແຂວງຢຸນນານ,​ເຂດ​ກວາງ​ຊີກໍ່​ຈະ​ແນະນຳ​ຍຸດທະສາດ​ພັດທະນາ,ໂອກາດ​ການລົງທຶນ,​ສະພາບ​ແວດລ້ອມ​ການ​ລົງທຶນ​ໃນ​5​ປີ​ຂ້າງ​ໜ້າ​ນີ້,ສະໜອງ​ຂ່າວ​ສານການລົງທຶນອັນ​ອຸດົມ​ສົມບູນ​ໃຫ້​ແກ່​ນັກ​ທຸລະກິດ​ຊາວ​ຈີນ.