ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-20 20:20:03    
ບຸກ​ຄົນ​ວົງ​ການ​ນິ​ຕິ​ສາດ​ແລະ​ວົງ​ການ​ກົດ​ໝາຍ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ກ່າວ​ວ່າ ຈະ​ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​​ໃຫ້​ໝັ້ນ​ທ່ຽງ​ແລະ​ພັດ​ທະ​ນາ​ຢ່າງ​ສືບ​ເນື່ອງ​ໂດຍ​ຜ່ານ​ພາ​ຫະ​ນະ​ກົດ​ໝາຍ

cri

ຕາມ​ຂ່າວສານ​ຊິ​ນຮວາ:ມື້ວານ​ນີ້(ວັນ​ທີ19 ສິງຫາ),"​ເວທີ​ປາ​ໄສ​ນິຕິ​ສາດ​ຊ່ອງ​ແຄບໄຕ້​ຫວັນ"ຄັ້ງທີ4ທີ່​ດຳ​ເນີນ​​ເປັນ​ເວລາສອງ​ມື້​ໄດ້​ສິ້ນ​ສຸດລົງ​ຢູ່​ຟູ​​ໂຈ່​ວ ​ເມືອງ​ຕາ​ເວັນອອກສຽງ​​ໃຕ້​ຂອງ​ຈີນ.ບຸກຄົນ​ວົງ​ການ​ນິຕິ​ສາດ​ແລະວົງ​ການ​ກົດໝາຍ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຄັ້ງ​ນີ້​ໄດ້,​ເປັນ​ເອກະສັນ​ກັນ​ເຫັນ​ວ່າ​ຈະ​ຮັກສາ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​​ໃຫ້​ຂະຫຍາຍຕົວຢ່າງ​ໝັ້ນ​ທ່ຽງ,ຕໍ່​ເນື່ອງ​ແລະ​ມີ​ລະບຽບ​ໂດຍ​ຜ່ານ​ພາຫະນະ​ກົດໝາຍ.

ເວທີ​ປາ​ໄສ​ຍັງ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບການ​ເພີ່ມທະວີ​ການ​ແລ​ກປ່ຽນ​ແລະ​ການຮ່ວມ​ມື,ພ້ອມ​ກັນ​ຊຸກຍູ້​ການ​ສ້າງ​ລະບຽບ​ກົດໝາຍ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ຮົງ​ກົງ​ມາ​ກາວ;​ແລະ​ກ່າວ​ວ່າ​ຕ້ອງ​ພ້ອມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ກົດໝາຍ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ກັບ​ຮົງ​ກົງ​ມາ​ກາວ,​ໃຊ້​ພາຫະນະ​ກົດໝາຍ,ຮັບປະກັນສິດ​​ແລະ​ຜົນປະ​ໂຫຍດທີ່​ຊອບກົດໝາຍ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ.

"​ເວທີ​ປາ​ໄສ​ນິຕິ​ສາດ​ຊ່ອງ​ແຄບ"ຕັ້ງຂຶ້ນໃນປີ2003.ຫົວຂໍ້ຫຼັກຂອງເວທີ​ປາ​ໄສ​ຄັ້ງ​ນີ້​ແມ່ນ"ການ​ຮ່ວມ​ມື​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນແລະ​ການ​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍດ",​ເນື້ອ​ໃນ​ລວມທັງ​ບັນຫາ​ກົດໝາຍ​ໃນ​ກົນ​ໄກ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ,ກາ​ນສ້າງສາ​ເຂດ​​ເສດຖະກິ​ດຝັ່ງຕາ​ເວັນ​ຕົກ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ການ​ຮັບປະກັນ​ສິດ​​ແລະ​ຜົນປະ​ໂຫຍດຂອງ​ການລົງທຶນ​ເປັນຕົ້ນ.