ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-20 20:28:18    
ຊາວ​ໜຸ່ມ​​ເຍົາວະ​ຊົນ​ເກືອບ2​ໝື່ນ​ຄົນ​ຂອງ5ທະວີບ​ເຕົ້າໂຮມສູນຢູ່ເພິງໄລຂອງ​ຈີນ ​ເຂົ້າ​ຮ່ວມ"ກິດຈະກຳສັນລະ​ເສີນ​ສັນຕິພາບ"

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ20 ສິງຫາ,ງານ​ມະຫະກຳວັດທະນະທຳ​ສິລະ​ປະກຳ​ຊາວ​ໜຸ່ມ​​ເຍົາວະ​ຊົນ​ສາກົນ"ສັນລະ​ເສີນ​ສັນຕິພາບ"ເພິ​ງ​ໄລ​ຈີນ​ຄັ້ງ​ທີ7​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເພິ​ງ​ໄລພາກ​ຕາ​ເວັນ​ອອກ​ຂອງ​ຈີນ,ຊາວ​ໜຸ່ມ​ເຍົາວະ​ຊົນ​ເກືອບ2​ໝື່ນ​ຄົນ​ທີ່​ມາ​ຈາກ20ກວ່າ​ປະ​ເທດ​ແລະ​​​ເຂດ​ແຄວ້ນ​ຂອງ5ທະວີບ​ພ້ອມ​ກັນ​ດ້ວຍ​ສຽງ​ເພງ,ຮູບ​ແຕ້ມ​ໜັງສືຂຽນ​ງາມ​ແລະການ​ຟ້ອນ,ສະ​ແດງ​ຄວາມ​ຫວັງ​ຂອງ​ພວກ​ເຂົາ​ເຈົ້າ​ຕໍ່​ສັນຕິພາບ​ໂລກ.

 ຕາມ​ແນະນຳ​ວ່າ,ຕອນ​ເຊົ້າ​ມື້​ດຽວ​ກັນ,​ ງານ​ວາງສະ​ແດງໜັງ​ສືຂຽນ​ງາມ​ແລະ​ຮູບ​ແຕ້ມຂອງຊາວ​ໜຸ່ມ​ເຍົາວະ​ຊົນ​ສາກົນເຊິ່ງ​ເປັນ​ກິດຈະກຳ​ໜຶ່ງ​ຂອງ​ການສັນ​ລະ​​ເສີນ​ສັນຕິພາບ"​ໄດ້​ຈັດ​ຂຶ້ນ​ກ່ອນ,​ຊາວ​ໜຸ່ມ​ເຍົາວະ​ຊົນ​ເກືອບ300ຄົນ​ທີ່​ມາ​ຈາກປະ​ເທດ​ແລະ​​ເຂດ​ແຄວ້ນ​ຕ່າງໆ​​ເຊັ່ນ​ອາ​ເມ​ລິ​ກາ,ສ.​ເກົາຫຼີ,​ເນ​ປານ,ຈີນ​ເປັນຕົ້ນ​ແຕ້ມ​ຮູບ​ທີ່​ຍາວ2006​ແມັດ​,​ເພື່ອສະ​ແດງ​ຄວາມ​ຫວັງ​ອັນ​ແຮງກ້າຂອງ​ພວກ​ເຂົາ​ເຈົ້າ​ທີ່​ມຸ່ງ​ຫວັງ​ສັນຕິພາບ​ແລະ​ຮັກ​ແພງສັນຕິພາບ.