ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 18:11:23    
ພົນ​ລະ​ເມືອງ​ຈີນ​ໄປ​ທ່ຽວ​ຣັດ​ເຊຍ​ຫຼາຍ​ຂຶ້ນ​​ເລື້ອຍໆ

cri Author: mo
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢິນມີນຢື້​ປ້າວ​ສະບັບຈຳໜ່າຍ​ຢູ່​ຕ່າງປະ​ເທດ: ​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ກໍລະກົດປີ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​​​ຈາກ​ເມືອງ​ມັງ​ຊູລີໄປ​ທ່ຽວຣັດ​ເຊຍ​ໄດ້​ລື່ນ​ກາຍ 9 ​ແສນ​ເທື່ອ​ຄົນ​ແລ້ວ, ປັດຈຸບັນ, ຄົນ​ຈີນທີ່​ໄປ​ທ່ຽວຣັດ​ເຊຍ​ຍັງ​ຫຼາຍຢູ່​ຄື​ເກົ່າ.

ມັງ​ຊູລີ​ຕັ້ງຢູ່​ຊາຍ​ແດນ​ລະຫວ່າງ​ສາມ​ປະ​ເທດ​ຄື​ຈີນ ຣັດ​ເຊຍ ​ແລະ​ມົງ​ໂກນ​ແມ່ນ​ດ່ານ​ທາງບົກ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ. ຕາມ​ພະ​ແນ​ກທ່ອງທ່ຽວ​​ຂອງເມືອງມັງ​ຊູລີ​​ແຈ້ງ​ວ່າ, ປີ​ນີ້, ​​ເມືອງ​ມັງ​ຊູລີ​ແມ່ນ​ຕົວ​ເມືອງ​ໜຶ່ງ​​ທີ່​ຮັບ​ຈັດການເຄື່ອນໄຫວ"ປີຣັດ​ເຊຍ"ຂອງຈີນ, ​ໄດ້​ຈັດກິດຈະກຳຕ່າງໆ​ຕະຫຼອດ, ​ດູດ​ດຶງ​ເອົານັກ​ທ່ອງ​ທ່ຽວ​ຈີນ​ບໍ່​ໜ້ອຍມາ​ທ່ຽວ​ເມືອງ​ມັງຊູລີ​ແລະ​ຈາກ​ແຫ່ງ​ນີ້​ອອກ​ໄປ​ທ່ຽວ​ຕ່າງປະ​ເທດ. ນອກ​ນີ້, ການ​ໄປ​ທ່ຽວຣັ​ດ​ເຊຍ​ໄດ້​ຍົກ​ເວັ້ນວິຊາ​ແລ້ວ, ສຳນັກງານທ່ອງ​ທ່ຽວມີ​ແຕ່​ສະ​ເໜີລາຍ​ຊື່​ຂອງ​ຄະນະ​ທ່ອງ​ທ່ຽວ, ຜູ້​ຢູ່​ໃນ​ຄະນະ​ຖືໜັງສືຜ່ານແດນສ່ວນ​ຕົວ​ກໍ​ອະນຸຍາດໃຫ້ໄປໂລດ. ສະນັ້ນ, ​ເຖິງ​ວ່າ​ປີ​ນີ້, ຣັດ​ເຊຍ​ໄດ້​ເຮັດ​ກຳນົດທຳນຽມເຂົ້າ​ເມືອງ​ໃຫ້​ເປັນ​​ແບບ​ສະບັບກໍຕາມ, ​ແຕ່​ຈຳນວນ​ຄົນ​ຈີນທີ່​ໄປ​ທ່ຽວຣັດ​ເຊຍກໍ​ບໍ່​ໄດ້ໜ້ອຍລົງປານໃດ.