ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 21:03:12    
ຜູ່​ຕາງໜ້າ​ອົງ​ການສັນຕິພາບ​ຂອງ​ປະ​ເທດ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ເຊັນ"ຄຳ​ຖະ​ແຫຼ​ງການ​ສັນຕິພາບ​ເຜີ​ງ​ໄລ​ຈີນ"

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:​ເວທີ​ປາ​ໄສ​ສັນຕິພາບ​ເຜີ​ງ​ໄລ ​ເຊິ່ງ​​ແມ່ນການ​ເຄື່ອນ​ໄຫວ​ລາຍ​ໜຶ່ງຂອງ​ພິທີສະຫຼອງສິລະ​ປະວັດ​ທະນະ​ທຳ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ສາກົນທີ່​​ໃຫ້ຊື່ວ່າ"ສັນລະ​ເສີນສັນຕິພາບ"​​ເຜີ​ງ​ໄລ​ຈີນ​ຄັ້ງທີ 7 ​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 21 ສິງຫາ,ຜູ່​ຕາງໜ້າ​ອົງ​ການສັນຕິພາບຂອງ 20 ກວ່າ​ປະ​ເທດ​​ໃນພາກ​ພື້ນ​ອາຊີ​ປາຊິ​ຟິກ​ໄດ້​ຮ່ວມ​ກັນ​ເຊັນ"ຄຳ​ຖະ​ແຫຼ​ງການ​ສັນຕິພາບ​ເຜີ​ງ​ໄລ​ຈີນ",​ແລະຕົກລົງ​ວ່າ​ຈະ​ເລືອກ​​ເອົາ​ເກາະເຜີ​ງ​ໄລ​ເປັນສະຖານ​ທີ່​ຖາວອນຈັດ​ເວທີ​ປາ​ໄສສັນຕິພາບ.

ຜູ່​ຕາງໜ້າຂອງ​ອາ​ເມ​ລິ​ກາ ອິນ​ເດຍ ຍິ່ປຸ່ນ ສ.​ເກົາຫຼີ​ແລະ​ຈີນ​ເປັນຕົ້ນ​ໄດ້​ກ່າວ​ປາຖະກະຖາ​​ໃນ​ເວທີ​ປາ​ໄສ,​ແລະ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ"ການ​ສຶກສາຂອງ​ຊາວ​ໜຸ່ມ​ເຍົາວະ​ຊົນ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ",ຜູ່​ຕາງໜ້າ​ບັນດາ​ປະ​ເທດ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ຊາວ​ໜຸ່ມ​​ເຍົາວະ​ຊົນ​ແມ່ນ​ອະນາຄົດ​ຂອງ​ໂລກ,ຄວນ​ໃຫ້​ຊາວ​ໜຸ່ມ​ເຍົາວະ​ຊົນ​ມີ​ທ້ອງຟ້າ​ສັນຕິພາບ.ຫຼັງ​ຈາກ​ນັ້ນ,ຜູ່​ຕາງໜ້າ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ຫາລື​ແລະ​ລົງ​ນາມ​ໃນ"ຄຳ​ຖະ​ແຫຼ​ງການ​ສັນຕິພາບ​ເຜີ​ງ​ໄລ​ຈີນ"ທີ່ມີ​ເນື້ອ​ໃນ​ຮຽກຮ້ອງ​ໃຫ້​ມວນມະນຸດ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ແລະ​ປະຕິ​ເສດ​ສົງຄາມ.