ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 21:41:17    
ປີໜ້າ, ຈີນ​ຈະ​ຍິງ​ສົ່ງ​ດາວ​ທຽມ​ຕິດ​ຕາມ​ວັດ​ແທກ​ໄພ​ພິ​ບັດ 3 ໜ່ວຍ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຈີນ​ມີ​ແຜນ​ຈະ​ຍິງ​ສົ່ງ​ດາວ​ທຽມ​ຕິດຕາມ​ແວດ​ແທກ​ແລະ​ພະຍາກອນ​ສິ່ງ​ແວດ​ລ້ອມ​ແລະ​ໄພພິບັດ 3 ໜ່ວຍ​ໃນ​ປີໜ້າ, ​ເພື່ອ​ຍົກ​ຄວາມ​ສາມາດຕິດຕາມ​ວັດ​ແທດ​ແລະ​ພະຍາກອນ​ໄພ​ທຳ​ມະ​ຊາດຂອງ​ຈີນ​ ​ແລະ​ຂອງ​ປະ​ເທດ​ອ້ອມ​ຂ້າງ.

ນີ້​ແມ່ນ​ທ່ານ​ວາງ​ເຈີ້ນ​ຢ້າວ ຫົວໜ້າ​ກົມ​ກູ້​ໄພ​ແລະ​​ສົງ​ເຄາະ​ຂອງກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ເຜີຍ​ໃຫ້​ຮູ້​ທີ່​ປັກ​ກິ່ງ.

ທ່ານ​ວາງ​ເຈີ້ນ​ຢ້າວ​ເວົ້າວ່າ, ​ເມື່ອ​ນຳ​ໃຊ້ດາວ​ທຽມ​ນ້ອຍ​ສາມ​ໜ່ວຍ​ດັ່ງກ່າວ​​ແລ້ວ, ຈະ​​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ໄພພິບັດ​ແລະ​ສິ່ງ​ແວດ​ລ້ອມ​ຢ່າງ​ວ່ອງ​ໄວ ​ແລະ​ຖືກຕ້ອງ. ຂອບ​ເ​ຂດຕິດຕາມ​ວັດ​ແທກ​ແລະ​ພະຍາກອນ​​ໄພ​ມຳມະ​ຊາດ​ຕ່າງໆ​ທີ່​ເກີດ​ຂຶ້ນ​ເລື້ອຍໆ​ເຊັ່ນ​ນ້ຳ​ຖ້ວມ, ​​ໄພແຫ້ງ​ແລ້ງ, ລົມ​​ໄຕ້​ຝຸ່ນ, ​ແຜ່ນດິນ​ໄຫວ, ດິນ​ເຈື່ອນ, ຫີນ​ຕົມ​ໄຫຼ, ​​ໄຟ​ໄໝ້​ປ່າ​ແລະ​​ໄຟ​ໄໝ້ທົ່ງ​ຫຍ້າ, ​ແລະ​ໄພສັດຕູ​​ພືດ​ເປັນຕົ້ນ. ທ່ານ​ຍັງ​ກ່າວ​ວ່າ, ​ເມື່ອ​ຍິງສົ່ງ​ດາວ​ທຽມ​ 3 ໜ່ວຍ​ດັ່ງກ່າວ​ຂຶ້ນ​ສູ່​ອະວະກາດ​ແລ້ວ, ຈີນ​ຍັງ​ຈະ​ຍິງ​ສົ່ງດາວ​ທຽມ​ປະ​ເພດ​ດຽວ​ກັນ 5 ໜ່ວຍ​ຢ່າງ​ຕໍ່​ເນື່ອງ.