ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-22 17:13:32    
ຈີນ​ຈະ​ອອກກົດໝາຍວ່າ​ດ້ວຍ​ການ​ເກືອດຫ້າມ​ຢາ​ເສບຕິດ

cri Author: huachunmei
ຕາມຂ່າວ CRI ​, ວັນ​ທີ 22 ສິງຫາ, ​​ກົດໝາຍ​ວ່າ​ດ້ວຍ​ການ​ເກືອດ​ຫ້າມຢາ​​ເສບຕິດຈີນ​ໄດ້​ສົ່ງ​ໃຫ້​ຄະນະປະຈຳ​ສະພາ​ແຫ່​ງຊາດ​ຈີນ ​ເຊິ່ງ​ເປັນອົງການ​ນິຕິບັນ​ຍັດ​ຈີນພິຈາລະນາ​ຢ່າງ​ເປັນ​ທາງ​ການ. ກົດໝາຍ​ສະບັບ​ນີ້​ອອກ​ແຮງ​ປ້ອງ​ກັນ​ແລະ​ລົງ​ໂທດ​ຜູ້​ຕ້ອງ​ໂທດ​ໃນ​ດ້ານ​ຢາ​ເສບ​ຕິດ, ​ແລະ​ພະຍາຍາມຫຼຸດຜ່ນຜູ້​ເສບ​ຢາ​ເສບ​ຕິດໃໝ່.

​​​ຮ່າງ​ກົດ​ໝາຍ​ກຳ​ນົດ​ວ່າ, ​ການ​​ເກືອດ​ຫ້າມ​ຢາ​​ເສບ​ຕິດ​ແມ່ນ​ໜ້າ​ທີ່​ຮ່ວມ​ຂອງ​ທົ່ວ​ສັງ​ຄົມ, ຈະມີ​ການ​ຄຸ້ມ​ກັນ​ໂດຍ​ຖື​ເອົາ​ວຽກ​ການ​​ເກືອດ​ຫ້າມ​ຢາ​ເສບ​ຕິດ​ເຂົ້າ​ໃນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ແລະ​ງົບ​ປະ​ມານ​ການ​ເງິນ​ແຫ່ງ​ລັດ. ​ໂດຍ​ອີງ​ຕາມ​ຮ່າງ​ກົດ​ໝາຍ​ສະບັບ​ນີ້, ຈີນ​ຈະ​ສ້າງ​​ແລະ​ປັບ​ປຸງ​ລະບົບ​ຕິດ​ຕາມ​ກວດ​ກາ​ຢາ​ເສບ​ຕິດ​ ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ການ​ເກືອດ​ຫ້າມ​​ຢາ​ເສບ​ຕິດ​ແລະ​ການ​ອອກ​ຂ່າວ​ກ່ຽວ​ກັບ​ວຽກ​ການ​ເກືອດ​ຫ້າມ. ຮ່າງ​ກົດ​ໝາຍ​ຍັງ​ກຳ​ນົດ​ໜ້າ​ທີ່​ຂອງ​ທົ່ວ​ສັງ​ຄົມ​ໃນ​ການ​ຊ່ວຍ​ເຫຼື່ອ​ແລະ​ສຶກ​ສາ​ອົບ​ຮົມ​ຜູ້​ອອກ​ຢາ​​​ເສບ​ຕິດ, ​ແລະ​ມີ​ພາກ​ສະ​ເພາະ​ເພື່ອ​ເພີ່ມ​ການ​ຮ່ວມ​ມື​ດ້ານ​ການ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ກັບ​ຕ່າງ​ປະ​ເທດ.​

ປັດ​ຈຸ​ບັນ, ຢູ່​ຈີນ​, ມີ​ຜູ້​​ເສບ​ຢາ​ເສບ​ຕິດ 7 ​ແສນ 8 ໝື່ນ​ຄົນ,​ ຢາ​ເສບ​ຕິດ​ຈາກ​ເຂດ​ສາມ​ຫຼ່ຽມ​ຄຳ​ແລະ​ແຫ່ງ​ຕ່າງໆ​ກໍ່​ເຂົ້າ​ມາ​ຈີນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.