ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-22 20:38:57    
ການ​ຖື​ປະ​ຊາ​ຊົນ​ເປັນ​ກົກ,​ສະ​ແຫວ​ງ​ຜົນ​ປະ​ໂຫວດ​ໃຫ້​ປະ​ຊາ​ຊົນ ຄວນ​ກາຍ​ເປັນ​ຈຸດ​ເລີ່​ມ​ແລະ​ຈຸດ​ຢືນ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າລະ​ຫວ່າງ​ສອງ​ຝັ່ງ

cri Author: da
ຕາມ​ຂ່າວCRI:ວັນ​ທີ 22 ສິງຫາ ຢູ່​ປັກ​ກິ່ງ ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ເວົ້າວ່າ,ຝ່າຍ​ແຜ່ນດິນ​ໃຫຍ່​ໄດ້ມີ​​ເຈດ​ຈຳນົງຕະຫຼອດ​ມາ​ວ່າ ບໍ່​​ຄວນ​ໃຫ້ຄວາມ​ເຫັນ​ຂັດ​ກັນ​ທາງ​ການ​ເມືອງກະທົບກະ​ເທືອ​ນ​ແລະ​ລົບ​ກວນ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ລະຫວ່າງ​ສອງ​ຝັ່ງ. ການ​ຖື​ປະຊາຊົນ​ເປັນ​ກົກ,ສະ​ແຫວ​ງ​ຜົນ​ປະ​ໂຫວດ​ໃຫ້​ປະຊາຊົນ ຄວນ​ກາຍ​ເປັນ​ຈຸດ​ເລີ່​ມ​ແລະ​ຈຸດ​ຢືນ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າລະຫວ່າງ​ສອງ​ຝັ່ງ​ແລະ​ບັນລຸ​ການ​ໄປມາຫາສູ່​ກັນ​​ໂດຍ​ກົງທາງ​ການ​ຄ້າ ການ​ເດີນ​ອາກາດ​ເດີນ​ເຮືອ ​ແລະ​ໄປສະນີ​ໂທລະ​ຄົມ.

ທ່ານ​ເຈ​ຍຊິງ​ລິນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາພົບ​ປະ​ຄະນະ​ທັດສະນະສຶກສາ​ເສດຖະກິ​ດການ​ຄ້າ​ແຜ່ນດິນ​ໃຫຍ່​ຂອງ​ສະຫະພັນ​ອຸດສາຫະກຳ​ໄຕ້​ຫວັນ.ທ່ານ​ຫວັງ​ໃຫ້​ສະຫະພັນ​ສືບ​ຕໍ່​​ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ຊຸກຍູ້ການ​ໄປມາຫາສູ່​ກັນ​​ໂດຍ​ກົງທາງ​ການ​ຄ້າ ທັງ​ສາມ​ດ້ານ​ດັ່ງກ່າວຢ່າງຮອບດ້ານ,​ແລະ​ຊຸກຍູ້​​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງຂະຫຍາຍ​ຕົວ​ໂດຍ​ສັນ​ຕິ.