ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-23 19:02:47    
ງານ​​ແນະ​ນຳ​ໂຄງ​ການ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ອາ​ຊຽນ​ລົງ​ທຶນ​ຢູ່​ເຂດ​ຕາ​ເວັນ​ຕົກ​ສຽງ​​​ໃຕ້​ຂອງ​ຈີນ​ຄັ້ງ​ທີ 4 ​ແລະ​ເວ​ທີ​ປາ​ໄສ​ນັກ​ທຸລະ​ກິດ​ຈີນ​ອາຊີ​ປາຊີ​ຟິກ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​ຄຸນ​ມິງ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 23 ສິງຫາ, ງານ​​ແນະນຳ​ໂຄງການນັກ​ທຸລະ​ກິດ​ຊາວຈີນ​ອາຊຽນ​ມາລົງທຶນຢູ່​ເຂດຕາ​ເວັນ​ຕົກສຽງ​​​ໃຕ້ຂອງ​ຈີນ​ຄັ້ງທີ 4 ​ແລະ​ເວທີ​ປາ​ໄສ​ນັກທຸລະກິດ​ຈີນ​ອາຊີ​ປາຊີ​ຟິກຄັ້ງປະ​ຖົມມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​ຄຸນ​ມິ​ງ ​ເທດສະບານ​ແຂວງ​ຢຸນນານ​ຈີນ. ​ໃນ​ພິທີ​ເປີດ​ງານ, ທ່ານ​ໂລ​ຮາວ​ສາຍ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ນັກ​ທຸລະ​ກິດ​ຈີນ​ຂອງ​ອາ​ຊຽນພວມ​ປະ​ເຊີນ​ໂອກາດ​ພັດທະນາ​ທີ່​ຫາ​ຍາກ.

ທ່ານ​ໂລ​ຮາວ​ສາຍ​ກ່າວ​ວ່າ, ຈີນ​ຈະ​ເລັ່ງ​ລັດ​ຂະ​ບວນການ​ຮ່ວມ​ມື​ກັບປະ​ເທດ​ອາຊຽນ, ອອກ​ແຮງ​ສ້າງ​ເຂດ​ການ​ຄ້າ​ເສລີ​ທີ່ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ທີ່​ມີ​ປະຊາກອນຫຼາຍກວ່າ​ໝູ່​ໃນ​ໂລກ​ແລະປະກອບ​ດ້ວຍ​ປະ​ເທດ​ພວມ​ພັດທະນາ​. ການ​ພັດທະນາ​ຂອງ​ຈີນ, ການ​ພົວພັນ​ໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ​ອາຊຽນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ທາງເສດຖະກິດ​ການ​ຄ້າ​ໄດ້​ແລະ​ຈະ​ສືບຕໍ່ອຳນວຍໂອກາດ​ທີ່​ຫາ​ຍາກ​ໃຫ້​ນັກທຸລະກິດ​ຈີນອາຊຽນອັນ​ໄພສານ.

ໃນຫຼາຍປີ​ມາ​ນີ້, ​ເພື່ອ​ຊຸກ​ຍູ້​ການ​ໄຂ​ປະຕູ​ແລະ​ການ​ພັດທະນາ​ຂອງ​​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້, ລັດຖະບານ​ຈີນ​ໄດ້​ວາງ​ນະ​ໂຍບາຍ​ພິ​ເສດ​ຕ່າງໆ, ອົງການ​ປົກຄອງ​ຂອງແຂວງ ​ເຂດ​ ​ແລະ​ກຳ​ແພງ​ນະ​ຄອນ​ທາງ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້ກໍ​ໄດ້​ປົວ​ແປງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​​ໃຫ້​ດີ​ຂຶ້ນ​ເລື້ອຍໆ. ​ໂຄງການ​ທີ່​ນັກ​ທຸລະກິດ​ຂອງ​ບັນດາ​ປະ​ເທດ​ອາຊຽນລົງທຶນ​​ຢູ່​ເຂດ​​ແຂວງ​ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ກໍ​ເພີ່ມ​ຂຶ້ນ​ນຳ​ຄູ່​ປີ, ຂະໜາດ​ການ​ລົງທຶນກໍເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.