ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-23 21:05:22    
ຈີນ​ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ຊຸກ​ຍູ້​ຂະ​ບວນ​ການ​​ເຈ​ລະ​ຈາ​ຫວຽດ​ນາມ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​ໃນ​ສະ​ຖານ​ທີ່​ຫຼາຍ​ຝ່າຍ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 23 ສິງຫາ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ເວົ້າກັບ​ທ່ານ​ນົງ​ດຶກ​​ແໝ້ງວ່າ, ຈີນ​ຈະ​ສືບ​ຕໍ່ຕັ້ງໜ້າຊຸກ​ຍູ້​ຂະ​ບວນການເຈລະຈາກ່ຽວ​ກັບຫວຽດນາມ​ເຂົ້າຮ່ວມອົງການ​ການ​ຄ້າ​ໂລກ​ໃນ​ສະຖານ​ທີ່ຫຼາຍຝ່າຍ.


ໃນ​​ເວລາ​ພົບ​ປະ​ທ່ານ​ນົງ​ດຶກ​ແໝ້ງ, ທ່ານ​ເວີ່ນ​ເຈຍ​ປາວ​ເວົ້າວ່າ, ​ໃນຫຼາຍປີ​ມາ​ນີ້, ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງຈີນ​ກັບຫວຽດນາມ​ໄດ້​ຂະຫຍາຍຕົວ​ຢ່າ​ງວ່ອງ​ໄວ, ​ໄດ້​ຈໍ່​ຕົວ​ເປັນ​ສະຖານະ​ພາບ​ທີ່​ຮ່ວມ​ມື​ກັນຢ່າງຮອບດ້ານໃນຫຼາຍຂົງ​ເຂດ. ​ເພື່ອຊຸກ​ຍູ້​ໃຫ້ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ໄປ​ສູ່​ທິດທີ່​ເລິກ​ເຊິ່ງກວ່າ​ເກົ່າ​ແລະ​ກວ້າງຂວາງ​ກວ່າ​ເກົ່າ, ສອງ​ຝ່າຍ​ຕ້ອງວາງ​ແຜນເປັນ​ເອກະ​ພາບ​ກັນ, ເຮັດ​ໃຫ້ຈຸດ​ສຳຄັນ​ພົ້ນເດັ່ນ​ຂຶ້ນ, ປະຕິບັດ​ໂຄງການ​ຮ່ວມມືເສດ​ຖະກິດ​ຂະໜາດ​ໃຫຍ່​ແລະ​ສຳຄັນ​ທີ່​ຕົກລົງ​ກັນນັ້ນ​​ໃຫ້​ດີ; ສະ​ໜັບ​ສະ​ໜູນ​ເຊິ່ງກັນ​ແລະ​ກັນ, ປະສານ​ສົມທົບ​ກັນ​ຢ່າງ​​​ແໜ້ນ​ແຟ້ນ, ຊຸກ​ຍູ້​ອົງການ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ​ແລະ​ອະນຸ​ພາກ​ພື້ນ​ໃຫ້​ຂະຫຍາຍຕົວອອກ.