ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-23 21:11:58    
ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​​ໃກ້​ຊິດ​ກວ່າ​ເກົ່າ​ກັບ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ

cri Author: mo

ຕາມ​ຂ່າວCRI:ວັນ​ທີ 23 ສິງຫາ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ອູ​ປ່າງ​ໂກວ ປະທານ​ຄະນະ​ປະຈຳສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນກ່າວ​ວ່າ, ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​​​ໄປມາຫາ​ສູ່​ກັນຢ່າງ​​ໃກ້ຊິດ​ກວ່າ​ເກົ່າ​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມືກັນ​ໃນ​ອົງການ​ສະພາສາກົນ​ແລະ​ພາກ​ພື້ນ.

ໃນ​ເວລາ​ພົບ​ປະ​ທ່ານ​ນົງ​ດຶກ​ແໝ້ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ອູ​ປ່າງ​ໂກວກ່າວ​ວ່າ, ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ແລກປ່ຽນ​ບົດຮຽນ​ການ​ປົກຄອງ​ປະ​ເທດ​ແລະ​ການ​ສ້າງສາ​​ປະ​ຊາ​ທິ​ປະ​ໄຕ​​ແລະ​ລະບອບ​ກົດໝາຍກັບ​ສະພາ​ແຫ່ງ​ຊາດຫວຽດນາມ, ພ້ອມ​ກັນ​ປະກອບສ່ວນ​ໃໝ່​​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ຈີນ​ຫວຽດນາມ​ໃຫ້​ລົງ​ສູ່​ລວງ​ເລິກ​.

ທ່ານ​ນົງ​ດຶກ​ແໝ້ງ​ໄດ້​ຕີ​ລາຄາ​​ສູງ​ຕໍ່​ຄວາມສຳຄັນ​ຂອງ​ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ. ທ່ານ​ເວົ້າວ່າ, ຝ່າຍ​ຫວຽດນາມ​ຍິນ​ດີ​ຮ່ຳຮຽນ​ແລະ​ຖອດ​ຖອນ​ບົດຮຽນ​ອັນ​ລ້ຳ​ຄ່າ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ຂົງ​ເຂດ​ນິຕິບັນຍັດ​ແລະ​ການ​ຕິດຕາມ​ກວດກາ.