ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 11:20:21    
ຈີນ​ອົສ​ຕຼາ​ລີ​ຮ່ວມ​ມື​ກັນ​ຍົກ​ຄຸນ​ນະ​ພາບ​ການ​ທ່ອງ​ທ່ຽວ​ອົສຕຼາລີ​​ໃຫ້​ສູງ​ຂຶ້ນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 23 ສິງ​ຫາ,ນະ​ຄອນ​ປັກ​ກິ່ງ ນະ​ຄອນ​ຊຽງ​ໄຮ້​ແລະ​ນະ​ຄອນ​ກວາງ​ໂຈວ ສາມ​ຕົວ​ເມື​ອງ​ໃຈ​ກາງ​ຂອງ​ຈີນທີ່​ເປັນ​ແຫລ່ງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ພ້ອມ​ກັບ​ສາມ​ລັດ​ຂອງ​ອົສ​ຕຼາ​ລີ​ຈັດ​ການ​ທ່ຽວ​ຂ້າມ​ອົສ ຕຼາ​ລີ.

ລັດ​ອົສຕຼາລີ​ຕາ​ເວັນ​ຕົກ ລັດ​ເທີ​ຣີ​ໂທ​ຣີ​ເຫນືອ ລັດ​ຄວິນສ​ແລນ​​ແລະ​ບໍ​ລິ​ສັດ​ການ​ບິນ​ຄັນ​ທັສ​ຂອງ​ອົສ​ຕຼາ​ລີ​ໄດ້​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ທ່ອງ​ທ່ຽວ 13 ​ແຫ່ງ​ຂອງ​ນະ​ຄອນ​ປັກ​ກິ່ງ ນະ​ຄອນ​ຊຽງ​ໄຮ້​ແລະ​ນະ​ຄອນ​ກວາງ​ໂຈວ​ຈັດ​ວາງ​ເສັ້ນ​ທາງ​ທ່ຽວ​ຂ້າມ​ອົສ​ຕຼາ​ລີ​ເປັນ​ເວ​ລາ 9 ມື້,​ຕາມ​ເສັ້ນ​ທາງ​ດັ່ງ​ກ່າວ​ໄດ້​ກວມ​​ເອົາ​ບ່ອນ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​,​ແລະ​ຈະ​ຖື​ການ​ທ່ຽວ​ທຳ​ມະ​ຊາດ​ເປັນ​ສຳ​ຄັນ.

​ໃນ​ຫລາຍ​ປີ​ມາ​ນີ້, ຜູ່​ທ່ອງ​ທ່ຽວ​ຈີນ​ນັບ​ມື້​ນັບ​ຫລາຍ​ໄດ້​ໄປ​ທ່ຽວ​ອົສ​ຕຼາ​ລີ,​ເພື່ອ​ຍົກ​ຄຸ​ນນະພາ​ບການ​ທ່ຽວ​ອົສ​ຕຼາ​ລີ​ຂອງ​ຄະນະ​ທ່ອງ​ທ່ຽວ​ຂອງ​ພົນ​ລະ​ເມືອງ​ຈີນ​ໃຫ້​ສູງ​ຂຶ້ນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ​ຈີນ​​ແລະ​ອົສ​ຕຼາ​ລີ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ໃນ​ຕົ້ນ​ເດືອນ​ສິງ​ຫາ​ປີ​ນີ້, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ອົສຕຼາລີ​ນັ້ນໄດ້​ຮັບ​ການ​ປະ​ຕິ​ບັດ​ຕໍ່​ຢ່າງ​ຍຸດ​ຕິ​ທຳ​ແລະ​ສະ​ເຫມີ​ພາບ​ກວ່າ​ເກົ່າ.