ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 19:13:38    
ຈີນ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ໜຽວ​ແໜ້ນ ຈະ​ບໍ່​ເປັນ​ເຈົ້າ​ອຳ​ນາດ​ຈົນ​ເທົ່າ​ໃດໆ

cri Author: da
ຕາມ​ຂ່າວCRI:ຈີນຈະ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ,ຈະບໍ່​ເປັນ​ເຈົ້າອຳນາດ​ຈົນ​ເທົ່າ​ໃດໆ,​ແລະ​ຈະ​ສົ່​ງ​ເສີ​ມສັນຕິພາບ​ຂອງ​ໂລກ​ດ້ວຍ​ການ​ພັດທະນາ​ຂອງ​ຕົນ​ເອງ.


ນີ້​ແມ່ນ​​ກອງ​ປະຊຸມ​ວຽກ​ງານ​ການ​ຕ່າງປະ​ເທດ​ສູນ​ກາງ​ຈີນກ່າວ​ຢ້ຳ​ໃນ​ພິທີ​ອັດ​ປະຊຸມໃນ​ວັນ​ທີ23ສິງຫາ.ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ອື່ນໆ​ກໍ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ທີ່​ດຳ​ເນີນ​ເປັນ​ເວລາ​ສາມ​ມື້.

ກອງ​ປະຊຸມ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ,ຈີນຈະສະ​ແຫວ​ງຫາ​ສັນຕິພາບ​ດ້ວຍ​ການ​ຮ່ວມ​ມື​ກັນ,ສົ່ງ​ເສີມການ​ພັດທະນາ​ດ້ວຍ​ການ​ຮ່ວມ​ມື​ກັນ,​​ແລະແກ້​ໄຂຄວາມ​ຂັດ​ແຍ່ງດ້ວຍ​ການ​ຮ່ວມ​ມື​ກັນ.ປະຕິບັດ​ນະ​ໂຍບາຍ​ພື້ນຖານຂອງຊາດ​ທີ່​ໄຂ​ປະຕູ​ສູ່​ພາຍ​ນອກ​​​ແລະ​ຍຸດ​ທະ​ສາດ​ໄຂ​ປະຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບຜົນ​ປະ​​ໂຫຍ​ດຢ່າງ​ເດັດດ່ຽວໜຽວ​ແໜ້ນ.ພ້ອມ​ກັນນັ້ນ​ກໍ່​ຈະ​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ທີ່ຄື​ກັນ​ແລະກົມກຽວ​ກັນກັບປະ​ເທດ​ຕ່າງໆ;ເພີ່ມທະວີການແລກປ່ຽນກັບອະລະຍະທຳທີ່ຕ່າງກັນ ​ເພີ່ມ​ຄວາມເຂົ້າໃຈກັນແລະຊຸກຍູ້ເຊິ່ງກັນແລະກັນ.

ກອງປະຊຸມຍັງຊີ້ອອກວ່າ,ຈີນຈະປົກປັກຮັກສາຄວາມປອດໄພແລະສິດປະໂຫຍດທີ່ຊອບກົດໝາຍຂອງອົງການແລະຊາວຈີນຢູ່ຕ່າງປະເທດ,ປົກປັກຮັກສາສິດຜົນປະໂຫຍດທີ່ຊອບທຳຂອງຊາວຈີນຕ່າງດ້າວ ພີ່ນ້ອງຮ່ວມຊາດເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ມາ​ກາວ​ແລະ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຕາມ​ກົດໝາຍ.