ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 21:34:39    
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​,ຫວັງ​ໃຫ້​ຈີນ​ເວ​ເນ​ຊູ​ເອຣາ​ຂະ​ຫຍາຍ​ຂະ​ໜາດ​ແລະ​ຂົງ​ເຂດ​ການ​ຮ່ວມ​ມື​ຢ່າ​ງບໍ່​ຢຸດ​ຢັ້ງ

cri Author: da


ຕາມ​ຂ່າວCRI:ວັນ​ທີ24ສິງຫາ ຢູ່​ປັກ​ກິ່ງ ທ່ານ​ເຈີ່​ງ​ເພີຍອຽນ ຮອງ ນາຍົກລັດຖະມົນຕີ​ຈີນ​ເວົ້າວ່າ,ຫວັງ​ໃຫ້​ຈີນກັບ​ເວ​ເນ​ຊູ​ເອຣາ​ຍຶດໝັ້ນຫຼັກການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ເອົາ​ໃຈ​ໃສ່​ນຳຜົນ​ຕົວ​ຈິງ,ຂະຫຍາຍ​ຂະໜາດ​ແລະ​ຂົງ​ເຂດການ​ຮ່ວມ​ມື​ຢ່າ​ງບໍ່​ຢຸດ​ຢັ້ງ ແລະ​​ຍົກ​ລະດັບ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ,ປະກອບສ່ວນ​​ໃໝ່​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ວຍໄມ​ຕິ​ຈິດ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂະຫຍາຍຕົວ​ຢ່າງ​ຍາວ​ນານ​ແລະ​ໝັ້ນທ່ຽງ.

ທ່ານ​ເຈີ່​ງ​ເພີຍອຽນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພ້ອມ​ກັນ​ກັບ​ທ່ານຮິ​ວ​ໂກ ຣາ​ແຟນ ຈາ​​ເວັສ ປະທານາທິບໍດີ​ເວ​ເນ​ຊູ​ເອຣາເຂົ້າຮ່ວມກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ຊັ້ນສູງ​ຈີນ​ເວ​ເນ​ຊູ​ເອຣາຄັ້ງທີ 5 .

ທ່ານຈາ​ເວັສ​ເວົ້າວ່າ,ລັດຖະບານ​ເວ​ເນ​ຊູ​ເອຣາ​ໄດ້​ຖື​ການຂະຫຍາຍ​ການ​ພົວພັນ​ກັບ​ຈີນ​ເປັນ​ຈຸດ​ໜັກ​ຂອງການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ເວ​ເນ​ຊູ​ເອຣາຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ,ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຈີນ​ປັບປຸງ​ແລະ​ລົງ​ເລິກ​ຂະຫຍາຍ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ,​ສ້າງ​ອະນາຄົດ​ອັນ​ກວ້າງຂວາງ​ກວ່າ​ເກົ່າ​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ມື້​ດຽວ​ກັນ ທ່ານຈາ​ເວັສຍັງ​ໄດ້​ທັດສະນາຈອນ​ທະນາຄານ​ພັດທະນາ​ແຫ່ງ​ຊາດ​ຈີນ,ທ່ານ​​ໄດ້ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ທີ່​ສອງ​ປະ​ເທດ​ເວ​ເນ​ຊູ​ເອຣາກັບຈີນ​​ໄດ້ຮ່ວມ​ກັນ​ຈັດ​ຫາ​ທຶນ​ຮ່ວມ​ມື​ກັນ​ທາງ​ການ​ເງິນ​ໃນດ້ານ​ພື້ນຖານ​​ໂຄງລ່າງ​ແລະ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​.​

ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ມື້​ດຽວ​ກັນ ທ່ານ​ມາ​ໄຂ ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ແລະ​ທ່ານຮີ​ໂອ​ດາ​ນີ ລັດຖະມົນຕີ​ກະຊວງ​ແຜນການພັດທະນາ​​ເວ​ເນ​ຊູ​ເອຣາ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ແລະ​ກ່າວ​ວ່າ,ຈີນ​ກັບ​ເວ​ເນ​ຊູ​ເອຣາຈະ​ຮ່ວມ​ມື​ຮອບດ້ານ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ແລະ​ວິທະຍາສາດ​ເຕັກນິກ​ເປັນຕົ້ນ.