ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-25 19:02:46    
ໃນ 6 ​ເດືອນ​ຕົ້ນປີ​ນີ້, ນັກ​ຮຽນ​ທີ່​ຮັບ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຢູ່​ຊົນ​ນະ​ບົດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ຈະ​​ໄດ້​ຍົກ​ເວັ້ນ​ຄ່າ​ຮຽນ​ແລະ​ຄ່າ​ສາ​ລະ​ພັດ​ທັງ​ໝົດ

cri Author: mo
ຕາມ​ຂ່າວCRI:​ໃນ 6 ເດືອນ​ຕົ້ນປີ​ນີ້, ອົງການ​ປົກຄອງທຸກຂັ້ນຂອງ​ຈີນ​ໄດ້​ລົງທຶນ 4 ຕື້ 650 ລ້ານ​ຢວນ, ​ເພື່ອ​ຍົກ​ເວັ້ນຄ່າ​ຮຽນ​ແລະ​ຄ່າ​ສາລະພັດ​ທັງ​ໝົດ​ຂອງນັກຮຽນ 48 ລ້ານ 8 ​ແສນ​ກວ່າ​ຄົນທີ່​ພວມ​ຮັບການ​ສຶກສາ​ພາກ​ບັງຄັບ​ຢູ່​ຊົນນະບົດ​​ເຂດ​ພາກ​ຕາ​ເວັນ​ຕົກ​. ຄຳ​ໝັ້ນສັນຍາ​ໃນ​ດ້ານ​ນີ້ຂອງ​ລັດຖະບານ​ຈີນ​ໄດ້​ບັນລຸ​ຜົນເປັນ​ຈິງ​ແລ້ວ.

ວັນ​ທີ 25 ສິງຫາ, ທ່ານ​ມາ​ຄາຍ ປະທານ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້​​ແນະນຳ​ສະພາບ​​ດັ່ງກ່າວ​ຕໍ່​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​. ທ່ານ​ຍັງ​ກ່າວ​ວ່າ, ​ໃນ 6 ເດືອນ​ຕົ້ນປີ​ນີ້, ວຽກ​ງານ​ສ້ອມ​​ແປງ​ອາຄານໂຮງຮຽນ​ປະຖົມ​ແລະມັດ​ທະ​ຍົມ​​ໃນ​ຊົນນະບົດ​ຈີນ​ກໍ​ໄດ້​ມີ​ການ​ຄືບ​ໜ້າ​ຢ່າງ​ເດັ່ນ​ຊັດ.