ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-25 20:30:38    
ຜູ້ນຳ​ຈີນ​ເວ​ເນ​ຊູ​ເອລາ​ມີ​ຄວາມ​ເຫັນ​ຄື​ກັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ

cri Author: mo
ຕາມ​ຂ່າວCRI: ມື້ນ​ນີ້, ວັນ​ທີ 25 ສິງຫາ, ຢູ່​ທີ່​ປັກກິ່ງ, ທ່ານ​​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນກັບ​ທ່ານຮິ​ວ​ໂກ ລາ​ແຟນ ຈາ​ເວັສ ປະທານາທິບໍດີ​ເວ​ເນ​ຊູ​ເອລາ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ໃນ​ເວລາ​ພົບ​ປະ​ທ່ານຈາ​ເວັສ, ທ່ານ​ເວີ່ນ​ເຈຍ​ປາວ​​ໄດ້ສະ​ເໜີ​ໃຫ້​ສອງ​ປະ​ເທດສືບຕໍ່ຂຸດ​ຄົ້ນກຳລັງ​ບົ່ມ​ຊ້ອນ, ​ເສີມຂະຫຍາຍ​ທ່າ​ແຮງ​ທີ່​ຕາບ​ຈູ​ນ​ເຊິ່ງກັນ​ແລະ​ກັນ, ສົ່ງ​ເສີມ​ໃຫ້​ສອງ​ຝ່າຍ​ລົງທຶນ​​ແກ່​ກັນ, ​ເລັ່ງລັດສ້າງສາໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳຄັນ​ເຊັ່ນ​ພະລັງງານ ກະສິກຳ ພື້ນຖານ​ໂຄງ​ລ່າງ ​ແລະ​ວິທະຍາສາດ​ເຕັກນິກ​ສູງ​ເປັນຕົ້ນ. ທ່ານ​ຍັງ​ກ່າວ​ວ່າ, ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ກັບ​ຝ່າຍ​ເວ​ເນ​ຊູ​ເອລາ, ຊຸກ​ຍູ້​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ທີ່​​ໃຫ້​ຈີນ​ກັບເວ​ເນ​ຊູ​ເອລາ​ພັດທະນາ​ພ້ອມ​ກັນນັ້ນລົງ​ສູ່​ລວງ​ເລິກ.