ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-25 20:35:19    
ຝ່າຍຈີນ​ປະທ້ວງ​ຍີ່​ປຸ່ນ​ຢ່າງ​ຮຸນ​ແຮງ​ທີ່​ອະ​ນຸ​ຍາດ​ໃຫ້​ຜູ້​ບັນ​ຊາ​ການ​ກອງ​ທັບ​ບົກ​ໄຕ້​ຫວັນ​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 25 ສິງຫາ, ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ປະ​ທ້ວງຢ່າງຮຸນ​ແຮງ​ຕໍ່​ຍີ່​ປຸ່ນທີ່ອະນຸຍາດ​​ໃຫ້ຜູ້​ບັນຊາ​ການກອງທັບ​ບົກ​ໄຕ້​ຫວັນ​ໄປຢ້ຽມຢາມ​ຍີ່​ປຸ່ນ.
ສື່​ມວນ​ຊົນ​ຍີ່​ປຸ່ນ​ແຈ້ງຂ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ທ່ານ​ຫູ​ເຈີ້ນ​ຝູ ຜູ້​ບັນຊາ​ການ​ກອງທັບ​ບົກ​ໄຕ້​ຫວັນ​ໄປ​ຢ້ຽມຢາມ​ຍີ່​ປຸ່ນ​ໃນ​ນາມທັດສະນາຈອນ, ​ແລະ​ໄດ້ເບິ່ງ​ການ​ຊ້ອມ​ລົບ​ຍິງ​ປືນ​ແທ້​ຂອງ​ກອງ​ປ້ອງ​ກັນ​ຕົວ​ເທິງ​ບົກຂອງ​ຍີ່​ປຸ່ນ​ໃນ​ວັນ​ທີ 24 ສິງຫາ.

ຕໍ່​ເລື່ອງ​ນີ້, ທ່ານ​ລີ​ວຈ້ຽນຊາວ​ໄດ້​ວິຈານ​ວ່າ, ລັດຖະບານ​ຍີ່​ປຸ່ນອະນຸຍາດ​ໃຫ້​ທ່ານ​ຫູ​ເຈີ້ນ​ຟູຢ້ຽມຢາມ​ຍີ່​ປຸ່ນ​ແມ່ນ​ເຫດການ​ອັນ​ໜັກ​ໜ່ວງ​ໃນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ. ຝ່າຍ​ຈີນ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳດັ່ງກ່າວ​ຂອງ​ຝ່າຍ​ຍີ່​ປຸ່ນທີ່​ຝ່າ​ຝືນຫຼັກການ​ທີ່ກ່ຽວຂ້ອງ​​ຂອງ​ເອກະສານ​ການ​ເມືອງ​ສາມ​ສະບັບລະຫວ່າງ​ຈີນ​ກັບຍີ່​ປຸ່ນ​​ແລະ​ຄຳ​ໝັ້ນສັນຍາ​ທີ່​ກ່ຽວຂ້ອງຢ່າງ​ບັງອາດ. ຝ່າຍ​ຈີນ​ທວງ​ຢ່າງ​ຮຸນ​ແຮງ​ໃຫ້​ລັດຖະບານ​ຍີ່​ປຸ່ນສະ​ແດງຫຼັກໝັ້ນຈີນ​ດຽວ​ດ້ວຍ​ການ​ກະທຳ​ຕົວ​ຈິງ, ປະຕິບັດ​ຕໍ່ຫຼັກໝັ້ນອັນ​ເຄັ່ງ​ຂືມ​ແລະ​ຄວາມ​ສົນ​ໃຈ​ຢ່າງ​ສູງຂອງ​ຝ່າຍ​ຈີນ​ຢ່າງ​ຕັ້ງໜ້າ, ປ້ອງ​ກັນ​ບໍ່​ໃຫ້​ເຫດການ​ທີ່​ຄ້າຍຄື​ກັນ​ນີ້​ເກີດ​ຂຶ້ນ​ອີກ.