ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-25 20:39:04    
ຈີນ​ຫວັງ​ໃຫ້​ຈັດການ​ເຈ​ລະ​ຈາ​​ເຂດ​ການ​ຄ້າ​ເສລີ​ກັບ​ສິງ​ກະ​ໂປ​ໂດຍ​ໄວ

cri Author: mo
ຕາມ​ຂ່າວCRI:ຈີນ​ຍິນ​ດີ​ຈັດການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ກັບ​ສິງກະ​ໂປ​ໂດຍ​ໄວ​ບົນຫຼັກການສະ​ເໝີ​ພາບ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ເບິ່ງ​ແຍງ​​ເຊິ່ງກັນ​​ແລະ​ກັນ.

ນີ້​ແມ່ນທ່ານ​ເວີ່ນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີຈີນ​ເຜີຍ​ໃຫ້​ຮູ້​ໃນ​ເວລາ​ພົບ​ປະ​ທ່ານ​ວອງກັນ​ເຊັງ ຮອງ​ນາຍົກ​ລັດຖະ​ມົນຕີ​ສິງກະ​ໂປ​ຢູ່​ທີ່​ປັກ​ກິ່ງ​​ໃນວັນ​ທີ 25 ສິງຫາ.

ທ່ານ​ເວີ່ນ​ເຈຍ​ປາວ​ເວົ້າວ່າ, ກອງ​ປະຊຸມ​ຄັ້ງທີ​ສາມ​ຂອງ​ຄະນະ​ກຳມະການ​ປະສົມ​ຮ່ວມ​ມື​ສອງ​ຝ່າຍ​ຈີນ​ສິງກະ​ໂປ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ເຫັນ​ຄື​ກັນ​ໃນ​ບັນຫາ​​ເລີ່​ມຈັດການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຂອງ​ສອງ​ປະ​ເທດ, ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​ສິງ​ກະ​ໂປ.

ທ່ານ​ວອງກັນ​ເຊັງ​ກ່າວ​ວ່າ, ສິງ​ກະ​ໂປ​ຈີນ​ຈັດການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຈະຊ່ອຍ​ໃຫ້​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດລົງ​ສູ່​ລວງ​ເລິກ, ຊຸກ​ຍູ້​ການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຈີນ​ກັບ​ອາ​ຊຽນ.