|
![](/images/spacer.gif) |
(GMT+08:00)
2006-08-26 21:17:51
|
![](/images/shim.gif) |
ຈີນຣັດເຊຍຕັດສິນໃຈເພີ່ມທະວີການຮ່ວມມືກັນເພື່ອໂຈມຕີຜະລິດຕະພັນລອກແບບຢ່າງຜິດກົດໝາຍ
cri
Author: cai
ຕາມຂ່າວສານຈີນ:ເພື່ອສ້າງລະບຽບເສດຖະກິດອັນດີງາມ,ຈີນກັບຣັດເຊຍຈະຮ່ວມມືກັນຕື່ມອີກໃນດ້ານການໂຈມຕີຜະລິດຕະພັນລອກແບບຢ່າງຜິດກົດໝາຍ.
ນັກຂ່າວໄດ້ຊາບຈາກກອງປະຊຸມທາງໂທລະພາບປັກກິ່ງ-ມົສກູກ່ຽວກັບ"ການຮ່ວມມືລະຫວ່າງຣັດເຊຍຈີນໃນຂົງເຂດການໂຈມຕີຜະລິດຕະພັນລອກແບບຢ່າງຜິດກົດໝາຍ"ທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 25 ສິງຫາວ່າ,ການຮ່ວມມືເທື່ອນີ້ຕົ້ນຕໍແນໃສ່ຜະລິດຕະພັນອຸດສາຫະກຳທີ່ລອກແບບຢ່າງຜິດກົດໝາຍ.ສອງຝ່າຍເວົ້າວ່າ,ຈະຮັດແໜ້ນການພົວພັນລະຫວ່າງອົງການດ່ານພາສີຂອງສອງປະເທດ,ເພີ່ມຄວາມແຮງໂຈມຕີຜະລິດຕະພັນລອກແບບຢ່າງຜິດກົດໝາຍ.
ເຈົ້າໜ້າທີ່ຂອງກົມໃຫຍ່ຖະແຫຼງຂ່າວແລະພິມຈຳໜ່າຍຂອງຈີນເວົ້າວ່າ,ຈີນໄດ້ຖືການປົກປ້ອງສິດຊັບສິນທາງປັນຍາເປັນຈຸດໜັກຂໍ້ໜຶ່ງຂອງວຽກງານພາຍໃນປະເທດ,ແຕ່ຕົ້ນປີນີ້ມາ,ໄດ້ຈັດຕັ້ງປະຕິບັດການເຄື່ອນໄຫວໂຈມຕີຜະລິດຕະພັນລອກແບບຢ່າງຜິດກົດໝາຍໂດຍຈຳເພາະສາມເທື່ອແລ້ວ.
|
|
|