ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-27 18:34:10    
ຮອງ​ນາຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນ

cri Author: mo
ຕາມ​ຂ່າວ​ສານ​ຊີ​ນຮວາ: ວັນ​ທີ 27 ສິງຫາ, ທ່ານ​ວອງ​ກັນ​ເຊັງ ຮອງ​ນາຍົກລັດຖະມົນຕີສິງກະ​ໂປ​​ໄດ້​​ເດີນທາງອອກ​ຈາກ​ຊຽງ​ໄຮ້, ສິ້ນ​ສຸດ​ການ​ຢ້ຽມຢາມ​ຈີນຢ່າງ​ເປັນ​ທາງການ​ເປັນ​ເວລາ 7 ມື້​.

ທ່ານ​ວອງ​ກັນ​ເຊັງ​ແມ່ນ​ມາ​ຢ້ຽມຢາມ​ຈີນ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນ. ກ່ອນ​ໜ້າ​ນີ້, ທ່ານ​ໄດ້​ໄປ​ຢ້ຽມຢາມ​ສວນ​ອຸດ​ສາ​ຫະກຳ​ຊູ​ໂຈ​ວ​ແລະ​ນະຄອນ​ປັກ​ກິ່ງ.

ໃນ​ໄລຍະ​ຢ້ຽມຢາມ​ປັກ​ກິ່ງ, ທ່ານ​ນາງ​ອູ​ອີ​ກັບ​ທ່ານ​ວອງ​ກັນເຊັງ​​ໄດ້ຮ່ວມ​ກັນ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ຄັ້ງທີ 3 ຂອງ​ຄະນະ​ກຳມະການປະສົມ​ການ​ຮ່ວມ​ມືສອງ​ຝ່າຍ​ຈີນ​ສິງກະ​ໂປ​ແລະກອງ​ປະຊຸມ​ຄັ້ງທີ 8 ຂອງ​ຄະນະ​ມົນຕີ​ປະສານງານ​ຮ່ວມຈີນ​ສິງກະ​ໂປ​ຂອງ​ສວນ​ອຸດສາຫະກຳ​ຊູ​ໂຈ​ວ. ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນຍັງ​ໄດ້​ພົບ​ປະ​ທ່ານ​ວອງ​ກັນ​ເຊັງ. ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ເນັ້ນວ່າ, ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ການ​ຮ່ວມ​ມື​ສອງ​ຝ່າຍ​ຈີນ​ສິງກະ​ໂປ​ໄດ້​ມີ​ຄວາມ​ເຫັນ​ຄື​ກັນ​ກ່ຽວ​ກັບ​ບັນຫາ​ເລີ່​ມຈັດ​ການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຂອງ​ສອງ​ປະ​ເທດ, ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ເສດຖະກິດ​ຈີນ​ສິງກະ​ໂປ.