ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-27 18:38:30    
ຈີນ​ສ້າງ​ສຳ​ເລັດ​ລະ​ບົບ​ຕິດ​ຕາມ​ວັດ​ແທກ​ລົມ​ພາ​ຍຸ​ດິນ​ຊາຍ​​ໃກ້​ໜ້າ​ດິນ​ຊຸດ​ທຳ​ອິດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຢູ່​ເມືອງ​ມິນ​ສິນ​ແຂວງ​ກ່ານ​ຊູ້ ພາກຕາ​ເວັນ​ຕົກສຽງ​ເໜືອ​ທີ່​ເປັນ​ແຫຼ່ງພາ​ຍຸ​ດິນຊາຍ​ຕົ້ນຕໍ​ຂອງ​ຈີນ, ​ໄດ້​ສ້າງ​ສຳ​ເລັດ​ລະບົບ​ຕິດຕາມ​ວັດ​ແທກ​ການ​ເຄື່ອນ​ໄຫວ​ຂອງ​ພາຍຸ​ດິນຊາຍ​ໃກ້​ໜ້າດິນ​ຊຸດ​ໜຶ່ງ, ​ແລະ​ຈະ​ເຮັດ​ໃຫ້ເຄື່ອງ​ວັດ​ແທກ​ຕົ້ນຕໍ​ສາມາດຕິດຕາມ​ວັດ​ແທກແລະ​ສົ່ງ​ຂໍ້​ມູນ​ໂດ​ຍບໍ່​ມີ​ສາຍ​​ໃນ​ທ້າຍ​ປີ​ນີ້.

ນີ້​ແມ່ນ​ລະບົບ​ທີ່​ນັກຄົ້ນຄວ້າ​ວິທະຍາສາດ​ຈີນ​ອອກ​ແບບ​ຄົ້ນຄວ້າ​ຜະລິດ​ເອົາ​ເອງ​, ​ແລະດຳ​ເນີນ​ການ​ຕິດຕາມ​ວັດ​ແທກ​ວິ​ໃຈ​ຕໍ່​ກົດ​ເກນ​ຂອງ​ພາຍຸ​ດິນຊາຍ​ຢູ່​ໃກ້​ໜ້າດິນ​ເປັນຄັ້ງທຳ​ອິດ. ລະບົບ​ຊຸດ​ນີ້​ສາມາດ​​ເກັບ​ກຳຂ່າວ​ສຳຄັນ​ຂອງ​ພາຍຸ​ໃກ້​ໜ້າດິນ​ຢ່າງ​ຖືກຕ້ອງ, ຜ່ານ​ການ​ວິ​ເຄາະຕົວ​ເລກ​ທີ່​ລະບົບ​ເກັບ​ກຳ​ແລະ​ສົ່ງ​ມາ​ໃຫ້​ນັ້ນ, ນັກຄົ້ນຄວ້າ​ວິທະຍາສາດ​ສາມາດ​ກຳ​ກົດ​ເກນ​ພື້ນຖານ​ຂອງ​​ພາຍຸ​ດິນຊາຍ​​ໃນ​ທ້ອງ​ຖິ່ນ​​ເທື່ອ​ລະ​ກ້າວ, ຊອກ​ຫາ​ມາດ​ຕະການທີ່​ບັງ​ເກີດ​ຜົນ​ໃນ​ການ​ປ້ອງ​ກັນ​ແລະ​ປົວ​ແປງ​ພາຍຸ​ດິນຊາຍ​ແລະຫຼຸດ​ໄພ​ພາຍຸ​ດິນຊາຍ​ໃຫ້​ໜ້ອຍ​ລົງ.