ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-27 18:46:57    
ຈີນ​ດັດ​ແກ້"ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​ຮ່ວມ​ຫຸ້ນ" ສົ່ງ​ເສີມ​ທຶນ​ເອ​ກະ​ຊົນ​ລົງ​​ໃສ່​ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ນິກ

cri Author: mo
ຕາມ​ຂ່າວCRI:​ເພື່ອ​ສົ່ງ​ເສີມ​ໃຫ້​ທຶນ​ເອກະ​ຊົນທຸ້ມ​ເທໃສ່​ອຸດສາຫະກຳ​ວິທະຍາສາດ​ເຕັກນິກ, ວັນ​ທີ 27 ສິງຫາ, ອົງການ​ນິຕິ​ບັນຍັດ​ຂອງ​ຈີນ​ໄດ້​ສຳ​ເລັດ​ການ​ດັດ​ແກ້​"ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ຮ່ວມຫຸ້ນ"ທີ່​ປະຕິບັດ​ໃນ​ປັດຈຸບັນ. ກົດໝາຍ​ທີ່​ດັດ​ແກ້​ແລ້ວ​ຈະ​ເລີ່​ມປະຕິບັດ​ແຕ່​ວັນ​ທີ 1 ມິຖຸນາ​ປີໜ້າ​ເປັນຕົ້ນ​ໄປ.

ຕາມ​ຊາບ​ວ່າ, ກົດໝາຍ​ທີ່​ດັດ​ແກ້​​ແລ້ວ​ຈະ​ຍິ່ງມີ​ຜົນ​ດີ​ຕໍ່​ທຶນ​ເອກະ​ຊົນ​ທຸ້ມ​ເທ​ໃສ່ວິທະຍາສາດ​ເຕັກນິກ, ​ແລະ​ກໍ​ຈະ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ການ​ລົງທຶນ​ຄວາມ​ສ່ຽງ​ຂອງ​ຈີນ. ການ​ດັດ​ແກ້​ທີ່​ກ່ຽວຂ້ອງ​ຍັງ​ຈະ​ແກ້​ໄຂ​ບັນຫາ​ຕ່າງໆ​ເຊັ່ນ ​ໃຊ້​ຮູບ​ການ​ຮ່ວມຫຸ້ນດຳ​ເນີນ​ການສົມທົບທຶນ​ຢ່າງ​ຜິດ​ກົດໝາຍ, ​ແລະ​ຜູ້​ຮ່ວມຫຸ້ນຫຼົບຫຼີກພັນທະ​ເສຍ​ພາສີ​ເປັນຕົ້ນ.